leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງ ອີຢູ Josep Borrell. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ພາຍຫຼັງການປຶກສາຫາລືບໍ່ເປັນທາງການຂອງທ່ານລັດຖະມົນຕີການຕ່າງປະເທດ ແລະລັດຖະມົນຕີກະຊວງປ້ອງກັນປະເທດສະຫະພາບເອີຣົບ (ອີຢູ) ຢູ່ Brest ປະເທດຝລັ່ງ, ວັນທີ 15 ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດ ອີຢູ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງ ລັດເຊຍ ເພີ່ມທະວີກຳລັງທະຫານຢູ່ເຂດຊາຍແດນຕິດກັບຢູແກຼນ ແລະ ແຈ້ງໃຫ້ຊາບກ່ຽວກັບຄຳໝັ້ນສັນຍາການທູດຫຼ້າສຸດ ກ່ຽວຂ້ອງເຖິງເຈດຈຳນົງຂອງລັດເຊຍ ເພື່ອແນໃສ່ກຳນົດບັນດາຂໍ້ຕົກລົງຄວາມໝັ້ນຄົງຢູ່ເອີຣົບ. ສອງຝ່າຍກໍໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຈະສືບຕໍ່ປຶກສາຫາລືກັນຢ່າງແໜ້ນແຟ້ນກ່ຽວກັບບັນຫານີ້ ກໍຄືຄວາມສົນໃຈອື່ນໆລະຫວ່າງ ອາເມລິກາ ແລະ ອີຢູ. ສອງຝ່າຍກໍຢັ້ງຢືນຄືນໃໝ່ທັດສະນະຊັ່ງຊາຕໍ່ການເຈລະຈາກັບລັດເຊຍ.

ແຫຼ່ງຄັດຈາກ: vovworld.vn