leftcenterrightdel
ກອງພັນໃຫຍ່ລູກສອນໄຟທາງລົດໄຟຂອງປະເທດນີ້ໄດ້ດຳເນີນການຊ້ອມຮົບໃນວັນທີ 14 ມັງກອນ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ສປປ.ເກົາຫຼີ ຖະແຫຼງວ່າ, ກອງພັນໃຫຍ່ລູກສອນໄຟທາງລົດໄຟຂອງປະເທດນີ້ໄດ້ດຳເນີນການຊ້ອມຮົບໃນວັນທີ 14 ມັງກອນ, ໃນນັ້ນໄດ້ທົດລອງຍິງລູກສອນໄຟຍຸດທະວິທີ 2 ລູກສຳເລັດ. ວັນທີ 15 ມັງກອນ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ແຈ້ງວ່າ ການຊ້ອມຮົບດັ່ງກ່າວແມ່ນເພື່ອແນໃສ່ “ກວດກາ ແລະ ຕີລາຄາຄວາມຊຳນານໃນການເຄື່ອນໄຫວສູ້ຮົບ” ຂອງກົມກອງ. ກ່ອນເຫດຍິງດັ່ງກ່າວ, ສປປ.ເກົາຫຼີ ກໍ່ດຳເນີນເຫດທົດລອງອາວຸດ 2 ຄັ້ງເຊິ່ງປະເທດນີ້ຖະແຫຼງວ່າແມ່ນ “ລູກສອນໄຟໄວກວ່າສຽງ” ໃນວັນທີ 05 ມັງກອນ ແລະ 11 ມັງກອນ ຜ່ານມາ. ນີ້ໄດ້ຮັບຖືວ່າແມ່ນການກະທຳທີ່ຈະແຈ້ງເພື່ອມຸ່ງໄປເຖິງການສ້າງລະບົບອາວຸດປະເພດໃໝ່, ທັນສະໄໝໃນສະພາບການເຈລະຈານິວເຄຼຍກັບ ອາເມລິກາ ທີ່ບໍ່ມີທາງອອກ.

ວັນທີ 14 ມັງກອນ, ອາເມລິກາ ໄດ້ຕຳໜິຕິຕຽນເຫດຍິງລູກສອນໄຟໃນວັນດຽວກັນຂອງ ສປປ.ເກົາຫຼີ, ເຊິ່ງ ສ.ເກົາຫຼີ ຖືວ່າ ແມ່ນເຫດຍິງລູກສອນໄຟນຳວິຖີ 2 ລູກ, ຖືນີ້ແມ່ນໄພນາບຂູ່ຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ສປປ.ເກົາຫຼີ ກໍ່ຄືປະຊາຄົມສາກົນ.

ແຫຼ່ງຄັດຈາກ: vovworld.vn