ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 968 ຄົນຈາກ 16 ແຂວງ ແລະນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດດັ່ງນີ້: ນະຄອນຫຼວງ 450 ຄົນ ໃນ 168 ບ້ານ ແລະ 9 ເມືອງ, ແຂວງວຽງຈັນ ມີ 108 ຄົນ, ຫຼວງພະບາງ ມີ 72 ຄົນ ໃນ 39 ບ້ານ, ໄຊຍະບູລີ ມີ 56 ຄົນ ໃນ 10 ບ້ານ, ບໍ່ແກ້ວ ມີ 48 ຄົນ ໃນ 22 ບ້ານ, ອຸດົມໄຊ ມີ 40 ຄົນ ໃນ 15 ບ້ານ, ຜົ້ງສາລີ ມີ 39 ຄົນ ໃນ 5 ບ້ານ. ສະຫວັນນະເຂດ ມີ 30 ຄົນ ໃນ 18 ບ້ານ, ຈຳປາສັກ ມີ 28 ຄົນ ໃນ 16 ບ້ານ, ໄຊສົມບູນ ມີ 21 ຄົນ, ຫົວພັນ ມີ 18 ຄົນ ໃນ 4 ບ້ານ, ຊຽງຂວາງ ມີ 18 ຄົນ ໃນ 9 ບ້ານ, ບໍລິຄຳໄຊ ມີ 15 ຄົນ ໃນ 12 ບ້ານ, ຄຳມ່ວນ ມີ 12 ຄົນ ໃນ 8 ບ້ານ, ສາລະວັນ ມີ 7 ຄົນ ໃນ 3 ບ້ານ, ເຊກອງ ມີ 4 ຄົນ ໃນ 3 ບ້ານ  ແລະແຂວງອັດຕະປື ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ.

ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 01 ຄົນ ຈາກແຂວງຫົວພັນ, ເຮັດໃຫ້ມາຮອດວັນທີ 4 ທັນວາ 2021 ທົ່ວປະເທດ ເຮົາມີຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ທັງໝົດ 78.469 ຄົນ, ເສຍຊີວິດສະສົມ 201 ຄົນ (ໃໝ່ 10), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 954 ຄົນ, ກໍາລັງປິ່ນປົວ 11.932 ຄົນ.

ແຫຼ່ງຄັດຈາກ: laoedaily.com.la