ໃນຖະແຫຼງການຮ່ວມມືພາຍຫຼັງກອງປະຊຸມ, ລັດຖະມົນຕີສາທາລະນະສຸກບັນດາປະເທດ G7 ໄດ້ເນັ້ນໜັກວ່າ ໂລກພວມຕ້ອງປະເຊີນໜ້າກັບຄວາມສ່ຽງຈາກເຊື້ອໄວຣັດສາຍພັນ Omicron ແລະຕາມການຕີລາຄາເບື້ອງຕົ້ນ, ເຊື້ອໄວຣັດສາຍພັນນີ້ ມີຄວາມສ່ຽງຕິດເຊື້ອສູງ, ເພາະສະນັ້ນ ຕ້ອງມີການກະທຳໂດຍດ່ວນ. ຖະແຫຼງການເນັ້ນໜັກວ່າ G7 ສະໜັບສະໜູນຢ່າງແຮງແຜນການສ້າງເຄືອຂ່າຍຕິດຕາມເຊື້ອໄວຣັດສາກົນໃນຂອບເຂດຂອງອົງການອະນາໄມໂລກ (WHO).

ລັດຖະມົນຕີບັນດາປະເທດ G7 ກໍ່ຍອມຮັບບັນຫາທີ່ມີລັກສະນະຍຸດທະສາດ ໂດຍກ່ຽວຂ້ອງເຖິງສິດໄດ້ນຳໃຊ້ວັກຊິນກັນໂຄວິດ - 19 ທຸກຊະນິດ ແລະ ຈະຊຸກຍູ້ບັນດາຄຳໝັ້ນສັນຍາອຸປະຖຳຂອງບັນດາສະມາຊິກໃນກຸ່ມ.

ແຫຼ່ງຄັດຈາກ: vovworld.vn