ສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ ຢັ້ງຢືນສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ
ກປ.ອອນໄລ - ໃນລະຫວ່າງວັນທີ 19-20 ພະຈິກ, ທີ່ສໍານັກງານນະຄອນ Montreuil, ຢູ່ຊານນະຄອນຫຼວງ Paris (ຝຣັ່ງ), ສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ (AAFV) ໄດ້ຈັດຕັ້ງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 17 ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມ (1961-2021).
ເຂົ້າຮ່ວມມີທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ, ທ່ານ Patrice Bessac ເຈົ້າຄອງນະຄອນ Montreuil, ທ່ານນາງ Helene Luc ສະມາຊິກສະພາສູງກິດຕິມະສັກ, ປະທານກິດຕິມະສັກ AAFV, ພ້ອມກັບຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ຝຣັ່ງ.
    |
 |
ກອງປະຊຸມ ຄັ້ງທີ 17 ສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ. ພາບ: nhandan.vn. |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົ່ງຄໍາອວຍພອນອັນດີງາມທີ່ສຸດເຖິງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ທົ່ວປະເທດຂອງ AAFV, ໜຶ່ງໃນບັນດາສະມາຄົມສາມັກຄີມິດຕະພາບທີ່ສະໜິດຕິດພັນມາແຕ່ດົນນານກັບຫວຽດນາມ.
ທ່ານ Patrice Bessac ເຈົ້າຄອງນະຄອນ Montreuil ໄດ້ຢັ້ງຢືນເຖິງນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງນະຄອນ Montreuil ແລະຫວຽດນາມ; ເນັ້ນໜັກວ່າ Montreuil ບໍ່ພຽງແຕ່ແມ່ນສະຖານທີ່ພົ້ນເດັ່ນກ່ຽວກັບນໍ້າໃຈມິດຕະພາບ ແລະນໍ້າໃຈສາມັກຄີເທົ່ານັ້ນ, ຫາກຍັງແມ່ນໜຶ່ງໃນບັນດານະຄອນນໍາໜ້າໃນການຮ່ວມມືທີ່ບໍ່ໄດ້ສຸມໃສ່ລະຫວ່າງຝຣັ່ງ-ຫວຽດນາມ ອີກດ້ວຍ.
ກອງປະຊຸມໄດ້ເລືອກຕັ້ງຄະນະກໍາມະການແຫ່ງຊາດເພື່ອແນໃສ່ນໍາພາສະມາຄົມຈົນຮອດເວລາຈັດການເລືອກຕັ້ງຕຳແໜ່ງນໍາພາໃຫ້ອາຍຸການ 2021-2024 ຢ່າງເປັນທາງການໃນອະທິດໜ້າ.
ໂດຍ: ຈາງຫງວຽນ