ເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ນໍາໜ້າຄະນະປະຕິບັດງານຂອງສະພາຄວາມໝັ້ນຄົງໄປຢ້ຽມຢາມຊູດັງໃຕ້
ກປ.ອອນໄລ - ຫວ່າງແລ້ວນີ້, ໃນນາມເປັນປະທານຄະນະກໍາມະການຂຶ້ນກັບສະພາຄວາມໝັ້ນຄົງ ສປຊ ກ່ຽວຂ້ອງເຖິງຊູດັງໃຕ້ (ຄະນະກໍາມະການ 2206), ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ນໍາໜ້າຄະນະປະຕິບັດງານຂອງ ສປຊ ໄປຢ້ຽມຢາມຊູດັງໃຕ້.
ນີ້ແມ່ນການຢ້ຽມຢາມຊູດັງໃຕ້ ຄັ້ງທໍາອິດຂອງຄະນະກໍາມະການດັ່ງກ່າວນັບແຕ່ປີ 2019 ເປັນຕົ້ນມາ, ພ້ອມທັງເປັນການຢ້ຽມຢາມຄັ້ງທໍາອິດຂອງຄະນະກໍາມະການນັບແຕ່ລັດຖະບານຂ້າມຜ່ານຢູ່ຊູດັງໃຕ້ ໄດ້ສ້າງຕັ້ງໃນເດືອນກຸມພາ 2020. ໃນການຢ້ຽມຢາມ, ທ່ານ ດັ້ງດິ່ງກຸຍ ແລະສະມາຊິກຂອງຄະນະໄດ້ມີການເຮັດວຽກກັບທ່ານ Salva Kiir Mayardit ປະທານາທິບໍດີຊູດັງໃຕ້, ການນໍາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (UNMISS) ແລະບັນດາອົງການ ສປຊ ຢູ່ປະເທດນີ້.
    |
 |
ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ ໄປຢ້ຽມຢາມນາຍທະຫານຫວຽດນາມ ທີ່ພວມປະຕິບັດໜ້າທີ່ຢູ່ UNMISS. ພາບ: vov.vn. |
ທ່ານ ດັ້ງດິ່ງກຸຍ ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງລັດຖະບານຊູດັງໃຕ້ UNMISS ແລະຊົມເຊີຍບັນດາຄວາມຄືບໜ້າຢູ່ຊູດັງໃຕ້ ນັບແຕ່ລັດຖະບານຂ້າມຜ່ານໄດ້ສ້າງຕັ້ງຂຶ້ນຈົນຮອດປະຈຸບັນ. ພ້ອມກັນນັ້ນ, ເອກອັກຄະລັດຖະທູດໄດ້ຊອກຮູ້ຂໍ້ມູນຂ່າວສານ, ຕີລາຄາຂອງລັດຖະບານຊູດັງໃຕ້ ແລະບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງເຖິງສະພາບການເມືອງ, ຄວາມໝັ້ນຄົງ, ມະນຸດສະທໍາຢູ່ຊູດັງໃຕ້, ບັນດາຄວາມຄືບໜ້າຂອງວິວັດການປະຕິບັດຂໍ້ຕົກລົງສັນຕິພາບປີ 2018 ຢູ່ຊູດັງໃຕ້ ແລະປະຕິບັດ 5 ມາດຖານກວດກາຕາມມະຕິຕົກລົງ ເລກທີ 2577 ຂອງສະພາຄວາມໝັ້ນຄົງ, ສ້າງພື້ນຖານໃຫ້ສະພາຄວາມໝັ້ນຄົງກວດກາ, ພິຈາລະນາປັບປຸງ ຫຼື ຍົກເລີກກົນໄກຄຳສັ່ງຂວ້ຳບາດອາວຸດທີ່ກ່ຽວຂ້ອງເຖິງຊູດັງໃຕ້ໃນເດືອນພຶດສະພາ ຜ່ານມາ.
ທ່ານ ດັ້ງດິ່ງກຸຍ ກໍ່ໄດ້ພົບປະ ແລະຮັບຟັງບົດລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງບັນດາທະຫານຫວຽດນາມ ທີ່ພວມເຮັດວຽກຢູ່ UNMISS. ເອກອັກຄະລັດຖະທູດຕີລາຄາສູງຕໍ່ຄວາມມານະພະຍາຍາມປະຕິບັດໜ້າທີ່ຂອງພະນັກງານຫວຽດນາມ, ໃນນັ້ນມີແພດໝໍທີ່ເຮັດວຽກຢູ່ໂຮງໝໍສະໜາມ ຂັ້ນ II ເລກ 3 ຢູ່ Bentiu.
ໂດຍ: ຈາງຫງວຽນ