leftcenterrightdel
ປະຊາຊົນຊີລີໄປອົບພະຍົບເພື່ອຫຼີກລ້ຽງການປະທະກັນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການພົບປະກັບປະທານາທິບໍດີ ຕວກກີ Recep Tayyip Erdogan ຢູ່ ອິດສະຕັນບູນ, ທ່ານນາງນາຍົກລັດຖະມົນເຢຍລະມັນ ອານເຊລາ ເມີແຄນ ຖືວ່າ ສິ່ງສຳຄັນແມ່ນ ອີຢູ ສືບຕໍ່ຊ່ວຍໜູນ ຕວກກີ ໃນການຕໍ່ສູ້ຕ້ານການອົບພະຍົບຢ່າງຜິດກົດໝາຍ. ທ່ານນາງ ຊີ້ແຈ້ງວ່າ  ທຸກສິ່ງທີ່ ຕວກກີ ຊ່ວຍໜູນໃຫ້ແກ່ຊາວອົບພະຍົບຊີລີແມ່ນສິ່ງເໜືອທຳມະດາ, ທ່ານນາງເນັ້ນໜັກວ່າການຊ່ວຍໜູນຂອງ ຕວກກີ ທີ່ມີຕໍ່ບັນຫາຊາວອົບພະຍົບ ແມ່ນຕ້ອງຮັບປະກັນເໜືອກວ່າຂອບເຂດກ່ຽວກັບທຸກສິ່ງທີ່ໄດ້ຕົກລົງນຳກັນ. ທ່ານນາງ ເມີແຄນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ອານກາຣາ ກ່ຽວກັບການຮອງຮັບຊາວອົບພະຍົບຊີລີ ພ້ອມທັງຮຽກຮ້ອງໃຫ້ປະທານາທິບໍດີຕວກກີ Recep Tayyip Erdogan ຈົ່ງຮ່ວມມືກັນເພື່ອຮັບມືກັບກຳລັງຕາລີບານ ຢູ່ ອັບການິດສະຖານແນໃສ່ສະກັດກັ້ນວິກິດການຊາວອົບພະຍົບອື່ນໆສຳລັບເອີລົບ.

ແຫຼ່ງຄັດຈາກ: vovworld.vn