ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະເປີດກວ້າງ ໃນຂະນະທີ່ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi  ຮຽກຮ້ອງໃຫ້ສ້າງສັນຕິພາບຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ກຸ່ມ QUAD ຄາດວ່າ ຈະປະກາດຂໍ້ຕົກລົງບາງສະບັບແນໃສ່ຈີນ ໂດຍກົງ, ລວມມີ ຂໍ້ຕົກລົງເພີ່ມທະວີຄວາມໝັ້ນຄົງຂອງລະບົບສະໜອງທາດເຄິ່ງຊັກນຳໄຟຟ້າ ແລະຕ້ານການຈັບຫາປາຢ່າງຜິດກົດໝາຍ ແລະຍົກສູງສະຕິຄວາມຮັບຮູ້ກ່ຽວກັບຂົງເຂດການບິນ. ສະຫະພັນດັ່ງກ່າວ ກໍຈະຜັນຂະຫຍາຍອິນເຕີເນັດ 5G ແລະບັນດາແຜນການຕິດຕາມກວດກາການປ່ຽນແປງຂອງດິນຟ້າອາກາດ.

ແຫຼ່ງຄັດຈາກ: vovworld.vn