leftcenterrightdel
ທ່ານນາງເລຂາສື່ມວນຊົນທຳນຽບຂາວ Jen Psaki. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 23 ກັນຍາ, ທ່ານນາງເລຂາສື່ມວນຊົນທຳນຽບຂາວ Jen Psaki ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ພວມກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານໃນສະພາບການໝົດງົບປະມານໃນປະຈຸບັນໃນວັນທີ 30 ກັນຍາ.

ທ່ານນາງ Jen Psaki ໃຫ້ຮູ້ວ່າ, ສິ່ງດັ່ງກ່າວແມ່ນເໝາະສົມກັບທຳນຽບມາແຕ່ດົນນານຂອງບັນດາອົງການບໍລິຫານເພື່ອບອກເຕື່ອນພາລະກອນຂັ້ນສູງກ່ຽວກັບຄວາມຕ້ອງການພິຈາລະນາ ແລະ ອັບເດດບັນດາແຜນການປິດປະຕູລັດຖະບານ. ນອກນັ້ນ, ທ່ານນາງ Jen Psaki ກໍ່ໃສ່ໃຈວ່າອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມປະຕິບັດບັນດາບາດກ້າວແນໃສ່ຫຼຸດຜ່ອນຜົນກະທົບຂອງຄວາມອາດສາມາດທີ່ວ່າ ລັດຖະບານຈະປິດປະຕູກັບເລື່ອງຮັບມືກັບໂລກລະບາດ, ຟື້ນຟູເສດຖະກິດ ຫຼື ບັນດາບູລິມະສິດອື່ນຂອງອາເມລິກາ.

ແຫຼ່ງຄັດຈາກ: vovworld.vn