leftcenterrightdel
ແຂກທ່ອງທ່ຽວໃສ່ຜ້າອັດປາກ-ອັດດັງຢູ່ ສ.ເກົາຫຼີ. ພາບ: THX/ສໍານັກຂ່າວສານຫວຽດນາມ. 

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ 521.000 ຄົນ, ໃນນັ້ນ ອາເມລິກາ ມີ 131.000 ຄົນ, ຖັດຈາກນັ້ນ ແມ່ນ ບຣາຊິນ, ອັງກິດ, ອິນເດຍ…

ນັບແຕ່ເວລາໂລກລະບາດໂຄວິດ-19 ແຜ່ລະບາດມາຮອດປັດຈຸບັນ, ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ ລວມທັງໝົດແມ່ນ 43,40 ລ້ານຄົນ, ໃນນັ້ນມີເກືອບ 700.000 ຄົນເສຍຊີວິດ.

ອົງການຄວບຄຸມ ແລະປ້ອງກັນ, ຕ້ານໂລກລະບາດໂຄວິດ-19 (CDC) ຂອງອາເມລິກາ ໃຫ້ຮູ້ວ່າ ໄລ່ຮອດວັນທີ 22 ກັນຍາ ມີ 54,8% ປະຊາກອນອາເມລິກາ ໄດ້ສັກວັກຊິນກັນໂຄວິດ-19 ສຳເລັດແລ້ວ.

ແຫຼ່ງຄັດຈາກ: vovworld.vn