ກ່ອນໜ້ານັ້ນ, ວັນທີ 20 ກັນຍາ, ທ່ານ Josep Borell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບຄວາມໝັ້ນຄົງ ແລະການຕ່າງປະເທດຂອງ ສະຫະພາບເອີີຣົບ (ອີຢູ) ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ ຈະບໍ່ໂຮມປະຊຸມກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຢູ່ ສປຊ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບການເຊື່ອມຕໍ່ການເຈລະຈາຂໍ້ຕົກລົງ JCPOA ຄືນໃໝ່. ເຖິງຢ່າງໃດກໍຕາມ, ຕາມທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດອິຣານ ໃຫ້ຮູ້ວ່າ ທ່ານລັດຖະມົນຕີຕ່າງປະເທດ ອີຣານ Hossein Amirbollahian ຈະມີການພົບປະຕ່າງຫາກກັບລັດຖະມົນຕີບັນດາປະເທດຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76, ໃນນັ້ນສຸມໃສ່ປືກສາຫາລືກ່ຽວກັບຂໍ້ຕົກລົງ JCPOA ແລະບັນດາການເຈລະຈາຢູ່ ວຽນ, ປະເທດໂອຕາລິດ.

ແຫຼ່ງຄັດຈາກ: vovworld.vn