ສະມັດຊາໃຫຍ່ອົງການພະລັງງານປະລະມານູສາກົນ IAEA ຄັ້ງທີ 65 ດໍາເນີນຢູ່ນະຄອນຫຼວງ Vienna ປະເທດ ໂອຕຣິດ ໃນລະຫວ່າງວັນທີ 20-24 ກັນຍາ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຂັ້ນສູງທີ່ມາຈາກ 73 ປະເທດສະມາຊິກ IAEA.

leftcenterrightdel
ພາບປະກອບຈາກ vov.vn.

ທ່ານ Rafael Mariano Grossi ຜູ້ອໍານວຍການໃຫຍ່ IAEA ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າບັນດາປະເທດສະມາຊິກໄດ້ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງບັນຫາຮັບປະກັນຄວາມປອດໄພ ແລະຄວາມໝັ້ນຄົງດ້ານນິວເຄຼຍ; ບົດບາດຂອງ IAEA ໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະຊຸກຍູ້ການນໍາໃຊ້ນິວເຄຼຍຜ່ານໂຄງການຮ່ວມມືດ້ານເຕັກນິກຂອງ IAEA...

ສະມັດຊາໃຫຍ່ ຈະຄັດເລືອກ 24 ສະມາຊິກໃໝ່ເຂົ້າໃນສະພາຜູ້ວ່າການ ລວມມີ 13 ປະເທດທີ່ມີເຕັກໂນໂລຢີນິວເຄຼຍກ້າວໜ້າ ຫຼື ມີການປະກອບຫຼາຍຢ່າງໃຫ້ແກ່ວິກິດການພັດທະນາ ແລະນໍາໃຊ້ເຕັກໂນໂລຢີນິວເຄຼຍ ແລະໄດ້ຮັບການແຕ່ງຕັ້ງຈາກສະພາຜູ້ວ່າການທີ່ພວມປະຈໍາການ ມີອາຍຸການ 2021-2022 ແລະ 11 ສະມາຊິກຕາງໜ້າໃຫ້ບັນດາກຸ່ມພາກພື້ນທີ່ຂຶ້ນກັບ IAEA ມີອາຍຸການ 2021-2023. ຫວຽດນາມ ແມ່ນປະເທດອອກສະໝັກທີ່ໄດ້ຮັບການສະເໜີເຂົ້າສະພາຜູ້ວ່າການ ອາຍຸການ 2021-2023. ພ້ອມກັນນັ້ນກໍ່ມີປະມານ 80 ເຫດການທີ່ກ່ຽວຂ້ອງຈະໄດ້ຈັດຂຶ້ນໂດຍກົງ ແລະທາງອອນລາຍ.

ໂດຍ: ຈາງຫງວຽນ