ທ່ານນາງລັດຖະມົນຕີຕ່າງປະເທດ ອົດສະຕາລີ Marise Payne ໄດ້ໃຫ້ຂໍ້ສັງເກດວ່າ ອົດສະຕາລີ ແລະ ສ.ເກົາຫຼີ ແມ່ນສອງປະເທດທີ່ມີວິໄສທັດລວມກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ປອດໄພ, ເປີດກວ້າງ, ວັດທະນາຖາວອນ ອີງໃສ່ການຄ້າເສລີ ແລະອຳນາດນິຕິບັນຍັດ. ທ່ານນາງ ກໍ່ສະແດງການຄັດຄ້ານຕໍ່ບັນດາການເຄື່ອນໄຫວເສດຖະກິດທີ່ມີລັກສະນະແບບບັງຄັບ ເຮັດໃຫ້ລະບົບການຄ້າອີງໃສ່ກົດໝາຍອ່ອນລົງ.

ກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ Chung Eui-yong ໄດ້ເນັ້ນໜັກເຖິງຄວາມຕ້ອງການຢ່າງຮີບດ່ວນໃນການເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ ຄືນໃໝ່. ໃນຂະນະນັ້ນ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne ເນັ້ນໜັກເຖິງສັນຕິພາບ ແລະສະຖຽນລະພາບອັນຍາວນາມຢູ່ແຫຼມເກົາຫຼີ ພຽງແຕ່ບັນລຸໄດ້ຜ່ານການເຈລະຈາ.

ແຫຼ່ງຄັດຈາກ: vovworld.vn