leftcenterrightdel
ສະໜາມບິນສາກົນກາບູນ ເປີດຮັບຖ້ຽວບິນການຄ້າສາກົນຄັ້ງທຳອິດ. ພາບ: ສໍານັກຂ່າວສານຫວຽດນາມ

ສຳລັບຖ້ຽວ​ບິນ​ຄັ້ງປະຖົມມະ​ເລີກ​ນີ້​ເປັນ​ສາຍ​ການບິນ​​ແຫ່ງ​ຊາດຂອງ​ປາ​ກິສະຖານ (Pakistan National Airways (PIA)) ເດີນທາງມາ​ຈາກນະຄອນຫລວງ ອິດສະ​ລາມາ​ບັດ ຂອງ​ປາ​ກິດ​ສະຖານ ​ເພື່ອ​ເປັນ​ການ​ເປີດ​ຖ້ຽວ​ບິນ​ການ​ຄ້າ​ຕາມ​ປົກກະຕິ​ ອີກ​ຄັ້ງ ພາຍຫລັງ ສະໜາມ​ບິນ​ແຫ່ງ​ນີ້ ຖືກ​ໃຊ້​ເປັນ​ສະຖານ​ທີ່​ຖອນ​ທະຫານ​ຕ່າງປະ​ເທດ ​ແລະອົບ​ພະຍົບຄົນ ອອກ​ນອກ​ປະ​ເທດ ຫລາຍ​​ແສນ​ຄົນ ຈາກ​ນັ້ນ ຕາ​ລີ​ບັນ ຫາ​ທາງ ​ໃຫ້​ສະໜາມ​ບິນ ​ແຫ່ງ​ນີ້​ ກັບ​ມາ​ດຳ​ເນີນ​ການ​ໄດ້​ອີກ​ຄັ້ງ ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ທາງ​ເຕັກ​ນິກຈາກ​ປະ​ເທດ ​ກາ​ຕາ ​ແລະ ອີກຫລາຍ​ປະ​ເທດ.

ໂດຍ: ຂປລ