leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 31 ກໍລະກົດ, ທ່ານນາງ Patricia Espinosa ເລຂາບໍລິຫານກອບສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ຖືວ່າ ບັນດາປະເທດເຂົ້າຮ່ວມການລົງນາມໃນສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP21), ຄວນວາງອອກບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດທີ່ມີຄວາມມັກໃຫຍ່ໄຝ່ສູງກວ່າ ແລະ ມານະພະຍາຍາມເຄື່ອນໄຫວຢ່າງແຮງກວ່າ ເພື່ອສາມາດບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ. ໃນຖະແຫຼງການໜຶ່ງ, ທ່ານນາງ Patricia Espinosa ໃຫ້ຮູ້ວ່າ ປັດຈຸບັນ ມີພຽງແຕ່ກວ່າ 50% ຈຳນວນປະເທດເຂົ້າຮ່ວມສັນຍາ COP21 ໄດ້ຍື່ນສະເໜີເປົ້າໝາຍ ແລະ ແຜນການຫຼຸດຜ່ອນອາຍພິດກາກບອນລະດັບຊາດ. ດັ່ງນັ້ນ, ບັນດາປະເທດຄວນວາງອອກບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່ໄຝ່ສູງກວ່າອີກໃນໂຄງການດຳເນີນງານກ່ຽວກັບດິນຟ້າອາກາດຂອງຕົນ.

ແຫຼ່ງຄັດຈາກ: vovworld.vn