ກ່າວຄຳເຫັນພາຍຫຼັງກອງປະຊຸມລັດຖະບານບັນດາລັດເປີດກວ້າງ ໃນວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison  ໃຫ້ຮູ້ວ່າ ປັດຈຸບັນປະເທດນີ້ພວມຢູ່ໃນໄລຍະທີໜຶ່ງ - ໄລຍະສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດໃນແຜນການລວມມີ 4 ໄລຍະ ເຊິ່ງປະເທດນີ້ໄດ້ວາງອອກ ເພື່ອນຳປະເທດຫຼຸດພົ້ນອອກຈາກໂລກລະບາດໂຄວິດ - 19 ທີ່ໄດ້ປະກາດເມື່ອຕົ້ນເດືອນກໍລະກົດ. ໃນໄລຍະນີ້, ໄລ່ຮອດວັນທີ 30 ກໍລະກົດ ມີປະຊາຊົນຂອງປະເທດນີ້ 40% ໄດ້ສັກວັກຊິນກັນໂຄວິດ - 19 ເຂັມທຳອິດແລ້ວ.

ເພື່ອກ້າວໄປເຖິງໄລຍະທີ 2 ດ້ວຍການຈຳກັດບັນດາມາດຕະການລອກດາວ ແລະຄ່ອຍໆເປີດປະຕູຊາຍແດນສາກົນ, ພົນລະເມືອງຂອງປະເທດນີ້ 70% ຕ້ອງໄດ້ສັກວັກຊິນກັນໂຄວິດ - 19 ຄົບ 2 ເຂັມ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເຊື່ອໝັ້ນວ່າ ຮອດທ້າຍປີນີ້, ພົນລະເມືອງຂອງປະເທດນີ້ 70%ຈະໄດ້ສັກວັກຊິນຄົບ 2 ເຂັມ.

ແຫຼ່ງຄັດຈາກ: vovworld.vn