ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 31 ກໍລະກົດ ຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດເກືອບ 198 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,22 ລ້ານຄົນເສຍຊີວິດ ແລະ 178,8 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ. ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 640.169 ຄົນ. ອາເມລິກາ ຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອລາຍໃໝ່ສູງກວ່າໝູ່ໃນໂລກ, ຖັດຈາກນັ້ນ ແມ່ນອິນເດຍ ແລະອິນໂດເນເຊຍ. ໃນຈຳນວນ 9.250 ຄົນ ທີ່ເສຍຊີວິດຍ້ອນພະຍາດໂຄວິດ - 19 ໃນເວລາ 24 ຊົ່ວໂມງ ຜ່ານມາ, ບຣາຊິນ ພັດແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ.

ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ໂລກພວມປະເຊີນໜ້າກັບຄວາມສ່ຽງທຳລາຍບັນດາຜົນງານທີ່ມີຄວາມລຳບາກຫຼາຍທີ່ສຸດ ຈຶ່ງບັນລຸໄດ້ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຍ້ອນການແຜ່ລະບາດຂອງເຊື້ອໄວຣັດສາຍພັນ Delta, ແຕ່ກໍຢັ້ງຢືນວ່າ ວັກຊິນກັນໂຄວິດ-19 ຊະນິດຕ່າງໆ ໂດຍໄດ້ຮັບການອະນຸມັດຜ່ານຈາກ WHO ນັ້ນ ແມ່ນຍັງມີປະສິດທິຜົນຕໍ່ການຮັບມືກັບໂລກລະບາດດັ່ງກ່າວ. ຕາມອົງການ WHO  ແລ້ວ, ກໍລະນີຕິດເຊື້ອໂຄວິດ - 19 ໄດ້ເພີ່ມຂຶ້ນ 80%  ໃນ 4 ອາທິດຜ່ານມາ ຢູ່ບັນດາພາກພື້ນໃນໂລກເກືອບທັງໝົດ. WHO  ໃຫ້ຮູ້ວ່າເຊື້ອໄວຣັດສາຍພັນ Delta ໄດ້ກວດພົບຢູ່ 132 ປະເທດ.

ແຫຼ່ງຄັດຈາກ: vovworld.vn