leftcenterrightdel
ທ່ານ Vladimir Putin ປະທານາທິບໍດີລັດເຊຍ  ແລະທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ. ພາບ: Reuters

ລັດຖະດໍາລັດຂອງທ່ານ V.Putin ກ່ຽວກັບເລື່ອງນີ້ໄດ້ປະກາດຢູ່ປະຕູຖານຂໍ້ມູນນິຕິກໍາຂອງລັດເຊຍ (pravo.gov.ru).  ເນື້ອໃນລັດຖະດຳລັດ ຊີ້ແຈ້ງວ່າ, ທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ ໄດ້ຮັບຫຼຽນໄຊມິດຕະພາບ ຍ້ອນທ່ານມີຜົນງານອັນໃຫຍ່ຫຼວງໃນການເພີ່ມທະວີນໍ້າໃຈມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນສອງປະເທດລັດເຊຍ ແລະກໍາປູເຈຍ.

ຫຼຽນໄຊມິດຕະພາບຂອງສະຫະພັນລັດເຊຍ ແມ່ນລາງວັນທີ່ມອບໃຫ້ພົນລະເມືອງລັດເຊຍ ແລະຊາວຕ່າງປະເທດທີ່ມີຜົນງານພິເສດໃນພາລະກິດແຫ່ງການປັບປຸງສັນຕິພາບ, ມິດຕະພາບ, ຮ່ວມມື ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງຊາດ; ເພື່ອໃຫ້ການເຄື່ອນໄຫວມີປະສິດທິຜົນ, ແນໃສ່ຫຍັບເຂົ້າໃກ້ກັນ ແລະພ້ອມກັນເຮັດໃຫ້ພື້ນຖານວັດທະນະທໍາຂອງ ບັນດາປະເທດ ແລະຊົນຊາດ ອຸດົມສົມບູນຂຶ້ນຕື່ມ.

ໂດຍ: ກວຽດເຕິມ