ວັນທີ 25 ກໍລະກົດ, ທີ່ນະຄອນ Saint Petersburg ໄດ້ດໍາເນີນພິທີສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອສະຫະພັນລັດເຊຍ ຢ່າງເປັນທາງການ. ເຫດການມີການເຂົ້າຮ່ວມຂອງນາຍທະຫານ 4.000 ຄົນ, ກໍາປັ່ນສູ້ຮົບ, ກໍາປັ່ນດໍານໍ້າກວ່າ 50 ລໍາ, ເຮືອບິນ ແລະເຮລີກອັບແຕ 48 ລໍາຂອງກໍາລັງປ້ອງກັນອາກາດຂອງທະຫານເຮືອສະຫະພັນລັດເຊຍ. ທ່ານ Vladimir Putin ປະທານາທິບໍດີລັດເຊຍ ໄດ້ເຂົ້າຮ່ວມ ແລະເປັນປະທານພິທີສວນ ສະໜາມສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອ ຄົບຮອບ 325 ປີ.

ລາຍການໄດ້ເລີ່ມຂຶ້ນດ້ວຍການລາຍງານຂອງທ່ານພົນໂທ  Nikolai Yevmenov ຜູ້ບັນຊາການສູງສຸດທະຫານເຮືອລັດເຊຍ ສົ່ງເຖິງທ່ານ Vladimir Putin ປະທານາທິບໍດີ, ຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດລັດເຊຍ.

leftcenterrightdel
ທ່ານ Vladimir Putin ປະທານາທິບໍດີ ກ່າວຄໍາເຫັນທີ່ພິທີສວນສະໜາມ. ພາບ: Tass

ກ່າວຄໍາເຫັນໄຂພິທີ, ທ່ານ Vladimir Putin ຢັ້ງຢືນວ່າ, ສະຫະພັນລັດເຊຍ ພວມຮັກສາທີ່ຕັ້ງສໍາຄັນທາງທະເລແຖວໜ້າຂອງໂລກໃນບັນດາປະເທດມະຫາອໍານາດ. ທະຫານເຮືອລັດເຊຍ ໄດ້ຜ່ານ “ໄລຍະພັດທະນາໃຫຍ່ໂດຍເລີ່ມຈາກກໍາປັ່ນຂອງ Peter ຈັກກະພັດຜູ້ຍິ່ງໃຫຍ່ຈົນເຖິງກໍາປັ່ນສູ້ຮົບທີ່ເຂັ້ມແຂງຂອງມະຫາສະໝຸດ, ພ້ອມກັບກໍາປັ່ນລາດຕະເວນນໍາລູກສອນໄຟທີ່ແລ່ນດ້ວຍພະລັງງານນິວເຄຼຍ”.

ທ່ານ Vladimir Putin  ກ່າວວ່າ “ທະຫານເຮືອມີກໍາລັງປ້ອງກັນອາກາດໄລຍະໄກ ແລະໄລຍະສັ້ນທີ່ມີປະສິດທິຜົນ. ບັນດາລະບົບປ້ອງກັນຢູ່ຝັ່ງທະເລເປັນໜ້າເຊື່ອໃຈ. ພວກເຮົາກໍາລັງສືບຕໍ່ປັບປຸງລະບົບອາວຸດເໜືອສຽງທີ່ມີຄວາມຊັດເຈນສູງລຸ້ນຫຼ້າສຸດໃຫ້ສຳເລັດ ເຊິ່ງຢູ່ໃນໂລກບໍ່ມີລະບົບໃດທີ່ຄືກັນກັບລະບົບນີ້”.

leftcenterrightdel
ບັນຍາກາດທີ່ພິທີສວນສະໜາມທະຫານເຮືອທີ່ນະຄອນ Saint Petersburg. ພາບ: Tass

ທ່ານ Vladimir Putin ໄດ້ເນັ້ນໜັກວ່າທະຫານເຮືອມີທຸກສິ່ງທຸກຢ່າງທີ່ຈໍາເປັນ ເພື່ອຮັບປະກັນໜ້າທີ່ປົກປັກຮັກສາປະເທດ ແລະຜົນປະໂຫຍດຂອງປະເທດຊາດ. ບັນດາພາຫະນະຂອງແມ່ທັບເຮືອລັດເຊຍ ທີ່ສາມາດພົບເຫັນສັດຕູໂຕໃດຈາກກໍາປັ່ນດໍານໍ້າ, ຢູ່ໜ້າດິນ, ທາງອາກາດ ແລະຈະໂຈມຕີດັບສູນ, ຖ້າຫາກຈໍາເປັນ. ຕາມການນໍາລັດເຊຍ ແລ້ວ, ທະຫານເຮືອກໍາລັງຮັບປະກັນການມີໜ້າຢູ່ເກືອບທຸກພາກພື້ນມະຫາສະໝຸດໃນໂລກ.

leftcenterrightdel
ຮູບຈຳລອງກໍາປັ່ນສູ້ຮົບຂອງ Peter ຈັກກະພັດ ຜູ້ຍິ່ງໃຫຍ່ທີ່ພິທີສວນສະໜາມທະຫານເຮືອ. ພາບ: Mil.ru
leftcenterrightdel
ທ່ານ Vladimir Putin ປະທານາທິບໍດີ ກວດແຖວກຽດຕິຍົດ. ພາບ: Mil.ru

ພິທີສວນສະໜາມຕົ້ນຕໍແມ່ນໄດ້ຈັດຂຶ້ນຢູ່ນະຄອນ Saint Petersburg ແລະນະຄອນ Kronstadt ລວມມີບັນດາກໍາລັງທະຫານເຮືອຢູ່ທະເລ, ໜ້າດິນ, ທາງອາກາດ, “ສະແດງໂສມໜ້າທະຫານເຮືອທັນສະໄໝຂອງສະຫະພັນລັດເຊຍ”.

leftcenterrightdel
ການເດີນສວນສະໜາມທີ່ສະຫງ່າຜ່າເຜີຍຂອງທະຫານເຮືອ. ພາບ: Mil.ru
leftcenterrightdel
ພິທີສວນສະໜາມຂອງກໍາລັງປ້ອງກັນອາກາດຂອງທະຫານເຮືອ. ພາບ: Mil.ru

ພິທີສວນສະໜາມສິ້ນສຸດລົງດ້ວຍການສະແດງຂອງກໍາລັງປ້ອງກັນອາກາດຂອງທະຫານເຮືອຢູ່ນ່ານຟ້າແມ່ນໍ້າ Neva, ແລະການສະແດງທີ່ສະຫງ່າຜ່າເຜີຍຂອງບັນດາທະຫານເຮືອ, ນໍາໜ້າແມ່ນໂຮງຮຽນທະຫານເຮືອ Nakhimov.

ໂດຍ: ເກື່ອງດັ້ງ