leftcenterrightdel
ການເຈລະຈາຢູ່ວຽນ, ປະເທດໂອຕາລິດ ບັນລຸສັນຍານຕັ້ງໜ້າ. ພາບ: Reuters/ skynewsarabia.

ທ່ານ Ali Rabiei ກໍອະທິບາຍຕື່ມອີກວ່າ ບັນດາຄວາມແຕກຕ່າງກັນເກືອບທັງໝົດແມ່ນກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ ເຊິ່ງບັນດາຝ່າຍໄດ້ເຫັນດີເຫັນພ້ອມ ແລະເອກະສານກ່ຽວຂ້ອງຕ່າງໆເຊິ່ງໄດ້ກະກຽມໄວ້. ອີຣານ ຫວັງວ່າຈະບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ອນທີ່ດຳເນີນການມອບໂອນລັດຖະບານໃຫ້ແກ່ປະທານາທິບໍດີຜູ້ຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ອີຣານ. ທ່ານ Ali Rabiei ສະແດງຄວາມເຊື່ອໝັ້ນໂດຍຖືວ່າ ຮອບເຈລະຈາຕໍ່ໄປອາດຈະແມ່ນການເຈລະຈາຮອບສຸດທ້າຍ.

ແຫຼ່ງຄັດຈາກ: vovworld.vn