leftcenterrightdel
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພາບ:  mofa.gov.la.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືແລກປ່ຽນແນວທາງນະໂຍບາຍ ແລະຄໍາຄິດເຫັນກ່ຽວກັບການຮ່ວມມືລະຫວ່າງສອງພາກພື້ນອາຊີ ແລະເອີຣົບ ໃນສະພາບທີ່ໂລກມີການປ່ຽນແປງຢ່າງໄວວາ ແລະສ້າງວິໄສທັດໃຫ້ແກ່ການຮ່ວມມືອາຊີ-ເອີຣົບທີ່ເຂັ້ມແຂງໃນທົດສະວັດຕໍ່ໜ້າ. ນອກຈາກນີ້, ຍັງໄດ້ປຶກສາຫາລືໃນຫຼາຍໆຫົວຂໍ້ສໍາຄັນໃນຫຼາຍຂົງເຂດເພື່ອສົ່ງເສີມ ແລະຮັດແໜ້ນການຮ່ວມມືກັນລະຫວ່າງສອງພາກພື້ນຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນໄປສູ່ການຮ່ວມມືດ້ານການເຊື່ອມຈອດ ແລະການພັດທະນາແບບຍືນຍົງ.

ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຄໍາເຫັນໃນພາກເປີດກອງປະຊຸມໂດຍເນັ້ນໃສ່ການຮ່ວມມືລະຫວ່າງສອງພາກພື້ນອາຊີ-ເອີຣົບ ໃນໄລຍະຫຼາຍກວ່າ 2 ທົດສະວັດຜ່ານມາ, ເຊິ່ງເຫັນວ່າຂອບການຮ່ວມມືດັ່ງກ່າວ ຍັງສືບຕໍ່ເປັນເວທີປຶກສາຫາລືທີ່ສໍາຄັນເພື່ອສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງພາກພື້ນບົນພື້ນຖານຄວາມເທົ່າທຽມກັນ ແລະມີຜົນປະໂຫຍດຮ່ວມກັນ ແລະໄດ້ຍົກໃຫ້ເຫັນຜົນສໍາເລັດຈາກບັນດາໂຄງການ ແລະກິດຈະກໍາຕ່າງໆຂອງກອງທຶນອາຊີ-ເອີຣົບ ທີ່ໄດ້ປະກອບສ່ວນເຂົ້າໃນຂອບການຮ່ວມມືອາເຊັມ ແລະການເພີ່ມທະວີການຮ່ວມມືໃນ 3 ເສົາຄໍ້າທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະການພັດທະນາແບບຍືນຍົງ ແລະວັດທະນະທໍາ-ສັງຄົມ.

ໃນໂອກາດນີ້, ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາເຊັມ ທີ່ໃຫ້ການຊ່ວຍເຫຼືອ ແລະການສະໜັບສະໜູນໃນການສະໜອງວັກແຊັງຕ້ານໂຄວິດ-19 ໂດຍຜ່ານໂຄງການ COVAX ແລະກອງທຶນອາຊີ-ເອີຣົບ, ສະໜອງອຸປະກອນການແພດ ແລະນໍາສົ່ງຊ່ຽວຊານເພື່ອມາຊ່ວຍຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ ສປປ ລາວ ແລະໄດ້ເນັ້ນເຖິງການສືບຕໍ່ສົ່ງເສີມການຮ່ວມມືລະຫວ່າງຄູ່ຮ່ວມມືອາເຊັມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຈອດແບບຍືນຍົງຂອງອາຊີ-ເອີຣົບ.

ກະຊວງ ຕປທ