leftcenterrightdel
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບ: IRNA/ສໍານັກຂ່າວສານຫວຽດນາມ

ຖະແຫຼງການໂດຍທ່ານ Dmitry Peskov ຍົກອອກມາເມື່ອຕອບຄຳຖາມຕໍ່ນັກຂ່າວ Pavel Zarubin ຂອງວິທະຍຸ Russia-1 ກ່ຽວກັບເລື່ອງທ່ານປະທານາທິບໍດີຝລັ່ງ Emmanuel Macron ຖືວ່າ ບ້ວງລົງໂທດໃໝ່ຂອງສະຫະພາບເອີລົບ (ອີຢູ) ໄດ້ຍົກອອກມາແມ່ນເພື່ອແນໃສ່ນຳລັດເຊຍ ເຂົ້າໂຕະໂຈລະຈາ.

ໃນຖະແຫຼງການ, ທ່ານໂຄສົກວັງ Kremlin ຍົກໃຫ້ເຫັນແຈ້ງວ່າ ມີພຽງແຕ່ຍູ້ລັດເຊຍ ເຂົ້າໂຕະເຈລະຈາດ້ວຍ logic ແລະການອ້າງເຫດຜົນ. ບໍ່ສາມາດຍູ້ລັດເຊຍ ເຂົ້າໂຕະເຈລະຈາທີ່ພຽງແຕ່ໃຊ້ຄວາມກົດດັນ ຫຼືອາວຸດ. ຕາມທ່ານ Dmitry Peskov ແລ້ວ, ລັດເຊຍ ຈະຫຼຸດຜ່ອນຜົນຕາມມາຂອງບັນດາຄຳສັ່ງລົງໂທດບ້ວງໃໝ່ຂອງ ອີຢູ ຢ່າງສຸດຂີດ, ພ້ອມທັງຖືວ່າບັນດາມາດຕະການລົງໂທດນີ້ແມ່ນມີດສອງຄົມ”. ທ່ານ Dmitry Peskov ໃຫ້ຂໍ້ສັງເກດວ່າ ມີຄວາມເປັນໄປໄດ້ສູງວ່າ ສະຫະພາບເອີລົບ (ອີຢູ) ຈະຈັດວາງບັນດາບ້ວງເງິນລົງໂທດໃໝ່ຕື່ມອີກ, ແຕ່ລັດເຊຍ ໄດ້ມີວິທີການຮັບມືຕໍ່ບັນດາມາດຕະການລົງໂທດນີ້ແລ້ວ.

ແຫຼ່ງຄັດຈາກ: vovworld.vn