leftcenterrightdel
ທ່ານ Sung Kim ທູດພິເສດອາເມລິກາ, ທ່ານ Noh Kyu-duk ທູດພິເສດສ.ເກົາຫຼີ ແລະທ່ານ Takehiro Funakoshi ທູດພິເສດຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຖະແຫຼງການພາຍຫຼັງກອງປະຊຸມຢູ່ເຊີອູນ ລະຫວ່າງທ່ານ Sung Kim ທູດພິເສດອາເມລິກາ, ທ່ານ Noh Kyu-duk ທູດພິເສດສ.ເກົາຫຼີ ແລະທ່ານ Takehiro Funakoshi ທູດພິເສດຍີ່ປຸ່ນ, ຫົວໜ້າກົມຮັບຜິດຊອບບັນດາບັນຫາອາຊີ-ໂອເຊອານີ ຂຶ້ນກັບກະຊວງການຕ່າງປະເທດຍີ່ປຸ່ນ, ກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ: ບັນດາເຈົ້າໜ້າທີ່ອາວຸໂສໄດ້ເຫັນດີເປັນເອກະພາບສືບຕໍ່ການຮ່ວມມືລະຫວ່າງສາມປະເທດເພື່ອນຳມາເຊິ່ງວິວັດການທີ່ມີປະສິດທິຜົນໃນການບັນລຸໄດ້ການປອດນິວເຄຼຍຢ່າງສິ້ນເຊີງ ແລະມາດຕະການແກ້ໄຂໂດຍສັນຕິວິທີທີ່ຍາວນານໃນແຫຼມເກົາຫຼີ ດ້ວຍວິທີການເຊື່ອມຕໍ່ການເຈລະຈາກັບພຽງຢ່າງໂດຍໄວ. ກ່ອນໜ້ານັ້ນ, ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Sung Kim ໄດ້ສະແດງຄວາມຫວັງວ່າ ສປປ.ເກົາຫຼີ ຈະມີປະຕິກິລິຍາຢ່າງຕັ້ງໜ້າພາຍຫຼັງ ອາເມລິກາ ສະເໜີການເຈລະຈາ.

ແຫຼ່ງຄັດຈາກ: vovworld.vn