ຕາມບົດຂຽນ, ເພື່ອປະຕິບັດ “ເປົ້າໝາຍຄວບຄູ່” ທັງຕ້ານພະຍາດໂຄວິດ-19 ທັງພັດທະນາເສດຖະກິດ, ນອກຈາກຜັນຂະຫຍາຍການວິເຄາະກວດຫາເຊື້ອພະຍາດໃນວົງກວ້າງ ແລະສັກວັກຊິນແລ້ວ, ຂະແໜງສາທາລະນະສຸກຫວຽດນາມ ຍັງໝູນໃຊ້ຫຼາຍຮູບແບບໃໝ່ໃນການຮັບ, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ອີກດ້ວຍ.

leftcenterrightdel
ໂຮງໝໍພາກສະໜາມ ຮັບ ແລະປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເມືອງກູຈີ, ນະຄອນ ໂຮ່ຈີ ມິນ. ພາບ: ເຈິ່ນຫງອກ.

ໃນບັນດາຮູບແບບໃໝ່ ເຊິ່ງ Sputnik ເຕື້ອງເຖິງນັ້ນມີຮູບແບບ “ແບ່ງເຄິ່ງ” ໂຮງໝໍ - ເຄິ່ງໜຶ່ງນໍາໃຊ້ເພື່ອກວດຫາພະຍາດ ແລະໜູນຊ່ວຍໃຫ້ແກ່ຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ-19, ສ່ວນອີກເຄິ່ງໜຶ່ງທາງໂຮງໝໍ ຍັງຄົງເຄື່ອນໄຫວປົກກະຕິເພື່ອປິ່ນປົວພະຍາດໃຫ້ຄົນເຈັບ; ຮູບແບບ “ທາດ 3 ຊັ້ນ” ໃນນັ້ນຊັ້ນທີ 1 ແມ່ນຮາກຖານຮັບ, ປິ່ນປົວເບື້ອງຕົ້ນທີ່ນໍາໃຊ້ພື້ນຖານໂຄງລ່າງທີ່ມີຢູ່ແລ້ວ, ຊັ້ນທີ 2 ແມ່ນໂຮງໝໍພາກສະໜາມທີ່ໄດ້ຫັນປ່ຽນຈາກໂຮງໝໍເມືອງ, ໂຮງໝໍແຂວງໃນບໍລິເວນແຂວງໜຶ່ງ ແລະຊັ້ນທີ 3 ແມ່ນຮາກຖານປິ່ນປົວພະຍາດໃຫ້ຄົນເຈັບໜັກ.

ໂດຍ: ໄຊຊະນະ