ທີ່ວາລະປະຊຸມ, ຫວຽດນາມ ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ UNMISS ແລະຊຸກຍູ້ການເຂົ້າຮ່ວມຂອງເພດຍິງໃນຄະນະປະຕິບັດງານ. ບັນດານັກປາຖະກະຖາໃຫ້ຮູ້ວ່າສະພາບການຢູ່ຊູດັງໃຕ້ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນສືບຕໍ່ມີການຜັນແປຢ່າງຕັ້ງໜ້າ, ໃນນັ້ນຂໍ້ຕົກລົງຢຸດຍິງໄລຍະຍາວສືບຕໍ່ໄດ້ຮັບການປະຕິບັດຕາມ ແລະລັດຖະສະພາຊຸດໃໝ່ໄດ້ຮັບການສ້າງຕັ້ງ.

leftcenterrightdel
ທ່ານ ດັ້ງດີ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢູ່ວາລະປະຊຸມສະພາຄວາມໝັ້ນຄົງ ສປຊ, ວັນທີ 14 ມິຖຸນາ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ດັ້ງດີ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງການຜັນແປທີ່ຕັ້ງໜ້າຢູ່ຊູດັງໃຕ້ ໃນສະພາບປະເທດນີ້ກະກຽມສະເຫຼີມສະຫຼອງ 10 ປີແຫ່ງວັນຍາດໄດ້ເອກະລາດ. ທ່ານເອກອັກຄະລັດຖະທູດ ຖືວ່າ ປະຊາຄົມສາກົນຕ້ອງຮັບຮູ້ບັນດາບາດກ້າວພັດທະນານີ້ ແລະສືບຕໍ່ສົ່ງເສີມບັນດາຝ່າຍກ່ຽວຂ້ອງຢູ່ຊູດັງໃຕ້, ພ້ອມທັງຮຽກຮ້ອງລັດຖະບານຊູດັງໃຕ້ ດໍາເນີນມາດຕະການທີ່ມີປະສິດທິຜົນເພື່ອແນໃສ່ແກ້ໄຂສະພາບໃຊ້ຄວາມຮຸນແຮງລະຫວ່າງປະຊາຄົມ, ໃນນັ້ນມີການແກ້ໄຂບັນດາສາຍເຫດກົກເຄົ້າຜ່ານການເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ.

ທ່ານ ດັ້ງດີ່ງກຸ໊ຍ ຕີລາຄາສູງບົດບາດຂອງ UNMISS, ບັນດາປະເທດບ້ານໃກ້ເຮືອນຄຽງ ແລະອົງການຈັດຕັ້ງພາກພື້ນໃນການຊຸກຍູ້ວິວັດການສັນຕິພາບ ແລະການພັດທະນາຢູ່ຊູດັງໃຕ້ ແລະຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ UNMISS ແລະຊຸກຍູ້ການເຂົ້າຮ່ວມຂອງເພດຍິງໃນຄະນະປະຕິບັດງານ. ທ່ານເອກອັກຄະລັດຖະທູດກໍ່ຮຽກຮ້ອງລັດຖະບານຊູດັງໃຕ້ ແລະບັນດາຝ່າຍກ່ຽວຂ້ອງຮ່ວມມືຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງກ່ຽວກັບຊູດັງໃຕ້, ໃນນັ້ນມີມະຕິສະບັບເລກທີ 2577 ເພື່ອແນໃສ່ມຸ່ງໄປເຖິງການຍົກເລີກຄໍາສັ່ງຂວ້ຳບາດອາວຸດທີ່ກ່ຽວຂ້ອງເຖິງປະເທດນີ້.

ໂດຍ: ເກື່ອງດັ້ງ