leftcenterrightdel
ຜູ້ແທນເຂົ້າຮ່ວມການເຈລະຈາຮອບທີ 6 ກ່ຽວກັບຂໍ້ຕົກລົງນິວເຄຼຍອີຣານ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (ອີຢູ) ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະການຕ່າງປະເທດ ໄດ້ຢັ້ງຢືນວ່າ ອີຣານ ແລະບັນດາປະເທດມະຫາອຳນາດໃນໂລກຍັງສາມາດບັນລຸໄດ້ຂໍ້ຕົກລົງເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ ປີ 2015 ພາຍຫຼັງທີ່ທ່ານ Ebrahim Raisi ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອີຣານ. ຕາມທ່ານ Borrell ແລ້ວ, ບັນດາຝ່າຍທີ່ກ່ຽວຂ້ອງພວມຫຍັບມໍ່ເຂົ້າກັບຂໍ້ຕົກລົງ ແລະສາມາດຊ່ວຍໃຫ້ພາກພື້ນຕາເວັນອອກກາງມີຄວາມປອດໄພກວ່າ, ພ້ອມທັງຫຼຸດຜ່ອນຄວາມຫຍຸ້ງຍາກຕໍ່ພື້ນຖານເສດຖະກິດອີຣານ ຍ້ອນບັນດາມາດຕະການລົງໂທດກ່ຽວກັບນ້ຳມັນ ແລະການເງິນເຊິ່ງ ອາເມລິກາ ໄດ້ຈັດວາງນັບແຕ່ເມື່ອຖອນຕົວອອກຈາກ JCPOA ປີ 2018.

ແຫຼ່ງຄັດຈາກ: vovworld.vn