ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຄືນໃໝ່ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບບັນຫານີ້ເຊິ່ງໄດ້ຍົກອອກມາທີ່ເວທີປາໄສກ່ອນໜ້ານີ້. ທ່ານເອກອັກຄະລັດຖະທູດໄດ້ຢໍ້າຄືນຄໍາຮຽກຮ້ອງ ທຸກຝ່າຍຢູ່ມຽນມາ ແມ່ນຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ເລີ່ມຕົ້ນການສົນທະນາ, ໄກ່ເກ່ຍໃຫ້ຖືກຕ້ອງປອງດອງກັນ ແລະປະຕິບັດຂໍ້ຕົກລົງ 5 ຂໍ້ທີ່ບັນລຸໄດ້ໃນກອງປະຊຸມຂອງບັນດາການນຳອາຊຽນ ໃນເດືອນເມສາຜ່ານມາ; ທ່ານຖືວ່າ ປະຊາຄົມສາກົນຄວນສືບຕໍ່ໜູນຊ່ວຍມຽນມາ ແລະສ້າງສະພາບແວດລ້ອມສະດວກເພື່ອບັນລຸໄດ້ເປົ້າໝາຍເຫຼົ່ານີ້ໃຫ້ສອດຄ່ອງກັບຫຼັກການພື້ນຖານຂອງກົດໝາຍສາກົນ ແລະກົດບັດ ສປຊ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກວ່າ ເຖິງວ່າມະຕິທີ່ຫາກໍ່ຮັບຮອງເອົາບໍ່ທັນສົມບູນແບບ ແລະບໍ່ສ່ອງແສງໃຫ້ເຫັນສະພາບຕົວຈິງຢ່າງຄົບຖ້ວນກໍ່ຕາມ, ແຕ່ຫວຽດນາມ ໄດ້ປ່ອນບັດສະໜັບສະໜູນເພື່ອສະໜັບສະໜູນການສົນທະນາ, ການຮ່ວມມື ແລະສ້າງຄວາມໄວ້ເນື້ອເຊື່ອໃຈ. ພ້ອມກັບອາຊຽນ, ຫວຽດນາມ ຈະມານະພະຍາຍາມໜູນຊ່ວຍມຽນມາ ຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ, ເພື່ອຜົນປະໂຫຍດຂອງປະຊາຊົນມຽນມາ ແລະເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ໂດຍ: ທະນາພອນ