ດ້ວຍບັດສະໜັບສະໜູນ 7 ບັດ ແລະບັດຄ້ານ 2 ບັດ, ບັນດາຜູ້ພິພາກສາສານສູງສຸດອາເມລິກາ ໄດ້ອອກຄຳຕັດສິນຂອງສານວ່າໃບຮ້ອງຟ້ອງຂອງລັດ Texas ແລະບາງລັດອື່ນໆເພື່ອແນໃສ່ຍົກເລີກໂຄງການ ObamaCare ບໍ່ໄດ້ຮັບຮອງເອົາ.

leftcenterrightdel
ສານສູງສຸດອາເມລິກາ ສະໜັບສະໜູນໂຄງການ ObamaCare. ພາບ: AP.

ກົດໝາຍວ່າດ້ວຍການປົກປ້ອງຄົນເຈັບ ແລະດູແລສຸຂະພາບປະຊາຊົນທີ່ເໝາະສົບກັບລາຍຮັບຂອງເຂົາເຈົ້າໂດຍທ່ານອະດີດປະທານາທິບໍດີອາເມລິກາ Barack Obama ລົງນາມໃນວັນທີ 23 ມີນາ ປີ 2010. ນີ້ແມ່ນຂີດໝາຍຂອງລະບົບສາທາລະນະສຸກອາເມລິກາ ນັບແຕ່ເວລາຮັບຮອງເອົາ Medicare ແລະ Medicaid ເມື່ອປີ 1965. Obamacare ແນໃສ່ເປົ້າໝາຍຢາກຍົກສູງຄຸນນະພາບ ແລະຄວາມສາມາດໃນການເບີກຈ່າຍຂອງການປະກັນສຸຂະພາບ, ຫຼຸດອັນຕາຜູ້ບໍ່ມີປະກັນໄພລົງດ້ວຍວິທີການເປີດກວ້າງຂອບເຂດປະກັນສຸຂະພາບສາທາລະນະ ແລະເອກະຊົນ, ຫຼຸດຄ່າໃຊ້ຈ່າຍໃນການດູແລສຸຂະພາບສ່ວນບຸກຄົນ ແລະ ອຳນາດການປົກຄອງລົງ. Obamacare ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາມໍລະດົກອັນຍິ່ງໃຫຍ່ຂອງທ່ານອະດີດປະທານາທິບໍດີ Obama.

ແຫຼ່ງຄັດຈາກ: vovworld.vn