leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin  ແລະທ່ານປະທານາທິບໍດີອາເມລິກາ Joe Biden. ພາບ: AFP

ເຖິງວ່າບໍ່ໄດ້ປະກາດກ່ຽວກັບບັນດາບັນຫາລະອຽດທີ່ໄດ້ເຕື້ອງເຖິງໃນການພົບປະກັບການນຳລັດເຊຍ ກໍ່ຕາມ, ແຕ່ທ່ານປະທານາທິບໍດີອາເມລິກາ ກໍໄດ້ຍົກໃຫ້ເຫັນຮ່າງເນື້ອໃນຢ່າງຈະແຈ້ງກ່ຽວກັບສານຂອງຂອງທ່ານ, ພ້ອມທັງເນັ້ນໜັກວ່າ ຕ້ອງມີການພົບປະໂດຍກົງເພື່ອແນໃສ່ຊ່ວຍນຳສາຍພົວພັນລະຫວ່າງອາເມລິກາ-ລັດເຊຍ ເປັນປົກກະຕິ. ທ່ານປະທານາທິບໍດີ Joe Biden ກໍ່ໄດ້ໃຫ້ຮູ້ວ່າຈະສະແດງທັດສະນະຢ່າງຈະແຈ້ງທີ່ວ່າສອງຝ່າຍອາດຈະຮ່ວມມືໃນບາງຂົງເຂດຖ້າຫາກວ່າຄູ່ຕຳແໜ່ງລັດເຊຍ ກໍ່ມີຄວາມປາດຖະໜາເຊັ່ນດຽວກັນ, ຫຼື ກົງກັນຂ້າມ ອາເມລິກາ ຈະໂຕ້ຕອບ. ເຖິງຢ່າງໃດກໍ່ຕາມ, ທ່ານ Joe Biden  ກໍ່ສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານາທິບໍດີລັດເຊຍ Vladimir Putin ພ້ອມແລ້ວທີ່ຈະຍົກອອກສານຂອງຕົນຢ່າງກົງໄປກົງມາ.

ນອກຈາກນັ້ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ກໍ່ຢັ້ງຢືນວ່າ ເປົ້າໝາຍບໍ່ແມ່ນວ່າຕ້ອງບັນລຸໄດ້ບາດກ້າວບຸກທະລຸທີ່ໜ້າປະທັບໃຈ ແລະກໍ່ບໍ່ຕັ້ງຄວາມຫວັງກ່ຽວກັບສິ່ງທີ່ຄ້າຍຄືກັນໃນການພົບປະຄັ້ງນີ້.

ແຫຼ່ງຄັດຈາກ: vovworld.vn