ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ກ່າວປະນາມການບຸກໂຈມຕີໃສ່ສາມັນຊົນ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍ, ພ້ອມທັງຮຽກຮ້ອງຢຸດຕິການເຄື່ອນໄຫວດ້ານການທະຫານ, ຊຸກຍູ້ຄວາມມານະພະຍາຍາມແກ້ໄຂສິ່ງທ້າທາຍດັ່ງກ່າວ, ໃນນັ້ນເນັ້ນໜັກບໍ່ກີດຂວາງມະນຸດສະທໍາ, ປະຕິບັດການປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍ. ບັນດາປະເທດກໍຮຽກຮ້ອງໃຫ້ບັນດາຝ່າຍຢູ່ເຢແມນ ປະຕິບັດສົນທິສັນຍາ Stockholm ແລະ Riyadh...

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ແບ່ງປັນກັບທັດສະນະຂອງບັນດາປະເທດສະພາຄວາມໝັ້ນຄົງວ່າ ບໍ່ມີມາດຕະການດ້ານການທະຫານໃຫ້ແກ່ການປະທະກັນຢູ່ເຢແມນ. ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ມາດຕະການໜຶ່ງດຽວແມ່ນບັນດາຝ່າຍຢຸດຕິທຸກການກະທໍາທີ່ເປັນປໍລະປັກ ແລະຮຽກຮ້ອງໃຫ້ບັນດາຝ່າຍມານະພະຍາຍາມຮ່ວມມືກັບທ່ານທູດພິເສດ Martin Griffiths, ບັນດາຄູ່ຮ່ວມມືໃນພາກພື້ນ ແລະປະຊາຄົມສາກົນ, ມຸ່ງໄປເຖິງການຍອມຮັບຂໍ້ສະເໜີສັນຕິພາບໃຫ້ແກ່ ເຢແມນ ໂດຍ ສປຊ ຊັກນໍາ.

ໂດຍ: ໄຊຊະນະ