ກ່ຽວຂ້ອງເຖິງບັນຫາແບ່ງປັນວັກຊິນກັນໂຄວິດ - 19, ອົງການອະນາໄມໂລກ (WHO) ແລະບັນດານັກຊ່ຽວຊານສາກົນ ຖືວ່າ ຄຳໝັ້ນສັນຍາຂອງກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແບ່ງປັນວັກຊິນກັນໂຄວິດ - 19 ປະລິມານ 1 ຕື້ໂດສໃຫ້ແກ່ບັນດາປະເທດທຸກຍາກແມ່ນໜ້ອຍສຸດ ແລະ ຊ້າເກີນໄປ, ໃນສະພາບການທີ່ໂລກຄາດວ່າພວມຕ້ອງການວັກຊິນ 11 ຕື້ໂດສ. ທ່ານ Bruce Aylward ທີ່ປຶກສາຂັ້ນສູງຂອງ WHO ໃຫ້ຮູ້ວ່າ ອາຟຼີກກາ ຈະໄດ້ຮັບການບຸລິມະສິດໃນວິວັດການແຈກຢາຍວັກຊິນກັນໂຄວິດ - 19 ດ້ວຍປະລິມານ 870 ລ້ານໂດສ ໂດຍ G7 ອຸປະຖຳ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 15 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 118 ຄົນ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 10.999 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 4.236 ຄົນ ແລະ 61 ຄົນເສຍຊີວິດ. ໄລ່ຮອດວັນທີ 14 ມິຖຸນາ, ຫວຽດນາມ ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຕື່ມອີກ ກ່ວາ 54.000 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຂຶ້ນເຖິງ 1.552.651 ຄົນ.

ແຫຼ່ງຄັດຈາກ: vovworld.vn