ແຮງງານເດັກທົ່ວໂລກເພີ່ມຂຶ້ນເຖິງ 160 ລ້ານຄົນ
ແຮງງານເດັກທົ່ວໂລກປີ 2016-2020 ໄດ້ເພີ່ມຂຶ້ນ 8,4 ລ້ານຄົນ ເຮັດໃຫ້ຍອດລວມແຮງງານເດັກທັງໝົດເປັນ 160 ລ້ານຄົນຫລັງຈາກໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19...
ຕາມຂ່າວຈາກຊີອາໄອ ຂອງຈີນ, ວັນທີ 10 ມິຖຸນາ, ອົງການແຮງງານສາກົນ ແລະອົງການກອງທຶນເດັກນ້ອຍຂອງສະຫະປະຊາຊາດ (UNICEF) ໄດ້ຮ່ວມກັນເຜີຍແຜ່ບົດລາຍງານວ່າດ້ວຍທ່າອ່ຽງແຮງງານເດັກທົ່ວໂລກປີ 2016-2020 ໄດ້ເພີ່ມຂຶ້ນ 8,4 ລ້ານຄົນເຮັດໃຫ້ຍອດລວມແຮງງານເດັກທັງໝົດເປັນ 160 ລ້ານຄົນ ຫລັງຈາກໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະຍັງມີເດັກອີກຫລາຍລ້ານຄົນພວມປະເຊີນກັບຄວາມສ່ຽງ. ເນື່ອງໃນໂອກາດວັນຕ້ານການນຳໃຊ້ແຮງງານເດັກ 12 ມິຖຸນາ ໃກ້ຈະໝູນວຽນມາເຖິງນີ້ ທັງ 2 ອົງການຈັດຕັ້ງສາກົນໄດ້ຍົກໃຫ້ເຫັນໄລຍະ 20 ປີຜ່ານມາ, ຂະບວນການຊຸກຍູ້ການປອດແຮງງານເດັກຂອງໂລກ ໄດ້ຢຸດສະງັກເປັນຄັ້ງທຳອິດ ຂະນະທີ່ແຮງງານເດັກອາຍຸລະຫວ່າງ 5 ປີຫາ11 ປີໃນທົ່ວໂລກໄດ້ເພີ່ມຂຶ້ນຢ່າງພົ້ນເດັ່ນກວມເອົາຫລາຍກວ່າເຄິ່ງໜຶ່ງແຮງງານເດັກໃນທົ່ວໂລກ. ດັ່ງນັ້ນອົງການແຮງງານສາກົນ ແລະອົງການ UNICEF ໄດ້ຮຽກຮ້ອງໃຫ້ທັບມ້າງວົງຈອນຊີວິດທີ່ບໍ່ດີລະຫວ່າງຄວາມທຸກຍາກກັບແຮງງານເດັກ, ປ່ຽນແປງປະກົດການໃຊ້ແຮງງານເດັກທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງແທ້ຈິງ.
ເນື້ອໃນ: ຂປລ