leftcenterrightdel
ທ່ານປະທານາທິບໍດີອາເມລິກາ Joe Biden ແລະທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ: AP.

ໃນບົດກ່າວປາໄສໃນວັນທີ 4 ພຶດສະພາ, ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ທ່ານຫວັງວ່າຈະໄດ້ມີການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin ໃນເວລາດຳເນີນການປະຕິບັດງານຢູ່ຕ່າງປະເທດຂອງຕົນ. ນອກຈາກເຂົ້າຮ່ວມກອງປະຊຸມສຸດຍອດ G7 ທີ່ຈະດຳເນີນແຕ່ວັນທີ 11 ມິຖຸນາ ຫາວັນທີ 13 ມິຖຸນາ ແລ້ວ, ທ່ານ Joe Biden ຄາດວ່າຈະມີການຢ້ຽມຢາມແບນຊິກ ເພື່ອພົບປະກັບການນຳບັນດາປະເທດເອີຣົບ ແລະ NATO.

ທຳນຽບຂາວ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ອາເມລິກາ ພວມຊອກຫາວິທີເພື່ອດຳເນີນການພົບປະລະຫວ່າງທ່ານປະທານາທິບໍດີ Joe Biden ແລະທ່ານປະທານາທິບໍດີ Putin.

ແຫຼ່ງຄັດຈາກ: vovworld.vn