leftcenterrightdel
ທ່ານ Peeni Henare ລັດຖະມົນຕີກະຊວງປ້ອງກັນປະເທດນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ.

ລະອຽດແມ່ນ, ທະຫານເຮືອນິວຊີແລນ ຈະເຂົ້າຮ່ວມການຊ້ອມຮົບກັບທະຫານເຮືອອັງກິດ ຢູ່ບໍລິເວນແຫ່ງໜຶ່ງຢູ່ນອກຝັ່ງທະເລ ທາງທິດຕາເວັນອອກຂອງມາເລເຊຍ ໃນເດືອນຕຸລາຈະມາເຖິງ ກັບກຸ່ມ 5 ປະເທດມະຫາອຳນາດປ້ອງກັນຕົວ ເຊິ່ງລວມມີ ອັງກິດ, ອົດສະຕາລີ, ມາເລເຊຍ, ສິງກະໂປ ແລະນິວຊີແລນ. ການຊ້ອມຮົບດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສົນທິສັນຍາຂອງກຸ່ມ 5 ປະເທດມະຫາອຳນາດປ້ອງກັນຕົວຄົບຮອບ 50 ປີ ແລະນິວຊີແລນ ຈະຈັດສົ່ງກໍາປັ່ນຂັບໄລ່ພ້ອມກັບເຮືອບິນ P-3 Orion ແລະທະຫານ 25 ຄົນເຂົ້າຮ່ວມເຫດການດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn