leftcenterrightdel
ທ່ານ Peter Stano ໂຄສົກ EU. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 3 ພຶດສະພາ, ສະຫະພາບ ເອີລົບ (EU)  ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ລັດເຊຍ ຢູ່ກຸ່ມນີ້ເພື່ອແນໃສ່ຄັດຄ້ານເລື່ອງມົດສະກູ ຫ້າມບໍ່ໃຫ້ເຈົ້າໜ້າທີ່ເອີລົບ 8 ທ່ານເຂົ້າເມືອງເພື່ອແນໃສ່ໂຕ້ຕອບບັນດາຄຳສັ່ງຂວໍ້າບາດຂອງ EU. ທ່ານ Peter Stano ໂຄສົກ EU ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການ ເອີລົບ ແລະ ອົງການການທູດ ຂອງ EU ຈະພົບປະກັບທ່ານເອກອັກຄະລັດຖະທູດ ລັດເຊຍ ເພື່ອສະແດງການຄັດຄ້ານຕໍ່ຂໍ້ຕົກລົງເຊິ່ງເຂົາເຈົ້າຖືວ່າ ແມ່ນ “ຂາດຫຼັກຖານ” ຂອງ ມົດສະກູ. ວັນທີ 30 ເມສາ, ກະຊວງການຕ່າງປະເທດລັດເຊຍ ໄດ້ປະກາດວ່າ ປະເທດນີ້ໄດ້ຫ້າມບໍ່ໃຫ້ເຈົ້າໜ້າທີ່ ເອີລົບ 8 ທ່ານເຂົ້າເມືອງ ເພື່ອແນໃສ່ໂຕ້ຕອບບັນດາມາດຕະການລົງໂທດ ຊຶ່ງ EU ເລັ່ງໃສ່ວົງການເຈົ້າໜ້າທີ່ ລັດເຊຍ ເມື່ອຕົ້ນເດືອນ ມີນາ. ໃນຈຳນວນບັນດາເຈົ້າໜ້າທີ່ຖືກຫ້າມເຂົ້າເມືອງ ມີທ່ານ David Sassoli ປະທານລັດຖະສະພາ ເອີລົບ ແລະ ທ່ານ Vera Jourova ຮອງປະທານຄະນະກຳມະການເອີລົບ (EC) ຮັບຜິດຊອບບັນດາບັນຫາດ້ານມູນຄ່າ ແລະ ຄວາມໂປ່ງໃສ.

ແຫຼ່ງຄັດຈາກ: vovworld.vn