leftcenterrightdel
ສັນຍາລັກຂອງບໍລິສັດການຢາ Novartis ຢູ່ສະວິດ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 15 ເມສາ, ບໍລິສັດການຢາຂອງສະວິດ Novartis ໄດ້ປະກາດວ່າຈະຮ່ວມມືກັບກຸ່ມບໍລິສັດການຢາ Roche ເພື່ອຜະລິດຢາຕ້ານອັກເສັບ tocilizumab ຊຶ່ງແມ່ນຢາຊະນິດໜຶ່ງທີ່ພວມໄດ້ຮັບການທົດລອງກ່ຽວກັບປະສິດທິຜົນໃນການປິ່ນປົວພະຍາດອັກເສັບປອດທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. ປັດຈຸບັນ, Novartis ພວມຮ່ວມມືກັບ BioNTech ແລະ Cure Vac ເພື່ອຜະລິດວັກຊິນກັນໂຄວິດ-19 ຊະນິດຕ່າງໆ. ຕາມຂໍ້ຕົກລົງການຜະລິດຢາ tocilizumab ຊະນິດໃໝ່ແລ້ວ, ໃນໄຕມາດທີ II ຈະມາເຖິງນີ້, Roche ຈະຖ່າຍທອດວິຊາການກ່ຽວກັບວິວັດການຜະລິດຢາ tocilizumab ໃຫ້ແກ່ຮາກຖານຜະລິດຢາຂອງ Novartis ຢູ່ສິງກະໂປ.

ແຫຼ່ງຄັດຈາກ: vovworld.vn