leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ: BBC.

ນີ້ແມ່ນການເຈລະຈາທາງໂທລະສັບຄັ້ງທີ 2 ລະຫວ່າງປະມຸກລັດສອງປະເທດນັບແຕ່ເມື່ອທ່ານ Biden ດຳລົງຕຳແໜ່ງເປັນປະທານາທິບໍດີອາເມລິກາ ໃນເດືອນ ມັງກອນ ຜ່ານມາ. ຕາມແຈ້ງການຂອງທຳນຽບຂາວແລ້ວ, ການນຳສອງປະເທດໄດ້ປຶກສາຫາລືກ່ຽວກັບບາງບັນຫາໃນພາກພື້ນ ແລະ ສາກົນ, ລວມທັງເຈດຈຳນົງຂອງ ອາເມລິກາ ແລະ ລັດເຊຍ ເດີນຕາມປະຕິບັດການເຈລະຈາ, ສ້າງສະຖຽນລະພາບທາງດ້ານຍຸດທະສາດກ່ຽວກັບຫຼາຍບັນຫາທີ່ກ່ຽວຂ້ອງເຖິງການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງເຊິ່ງຫາກໍ່ພົ້ນເດັ່ນຂຶ້ນ, ອີງໃສ່ການຕໍ່ກຳນົດສົນທິສັນຍາຄວບຄຸມອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ທ່ານປະທານາທິບໍດີ Joe Biden ຊີ້ແຈ້ງວ່າ ອາເມລິກາ ຈະກະທຳຢ່າງຂ້ຽວຂາດ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດຂອງຕົນຕໍ່ໜ້າບັນດາການກະທຳຂອງ ລັດເຊຍ ແລະ ເນັ້ນໜັກເຖິງຄຳໝັ້ນສັນຍາທີ່ສະເໝີຕົ້ນສະເໝີປາຍຂອງ ອາເມລິກາ ສຳລັບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ. ທ່ານ Joe Biden ກໍສະແດງຄວາມວິຕົກກັງວົນຕໍ່ເລື່ອງ ລັດເຊຍ ເພີ່ມທະວີກຳລັງທະຫານຢູ່ແຫຼມ Crimea ແລະ ເຂດຊາຍແດນຕິດກັບ ຢູແກຼນ ຢ່າງກະທັນຫັນ, ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຫຼຸດຜ່ອນການກໍ່ຄວາມເຄັ່ງຕຶງ.

ແຫຼ່ງຄັດຈາກ: vovworld.vn