ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ - ກະຊວງສາທາລະນະສຸກລາວ ຕາງໜ້າໃຫ້ຄະນະສະເພາະກິດຖະແຫຼງຂ່າວປະຈຳວັນວ່າ: ໃນວັນທີ 4 ມີນາ 2021 ສປປ ລາວ ແມ່ນໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ; ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ເພີ່ມ 2 ກໍລະນີ, ໃນນີ້ຜູ້ຕິດເຊື້ອນ້ຳເບີ 46 ເປັນເພດຊາຍ ອາຍຸ 28 ປີ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາຍ ອາຍຸ 26 ປີ, ທັງສອງແມ່ນເປັນຄົນແຂວງຫຼວງພະບາງ ທີ່ໄປເຮັດວຽກຢູ່ປະເທດໄທ.

leftcenterrightdel
ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ - ກະຊວງສາທາລະນະສຸກລາວ. ພາບ: lnr.org.la.

ປະຫວັດການເດີນທາງຂອງທັງ 2 ກໍລະນີ: ໃນວັນທີ 2 ມີນາ 2021 ພວກກ່ຽວທັງ 2 ໄດ້ເດີນທາງຈາກຈັງຫວັດປະທຸມທານີ ມາຫາ ຈັງຫວັດໜອງຄາຍ ແລະຮອດ ສປປ ລາວ ໃນວັນທີ 3 ມີນາ 2021, ຫຼັງຈາກນັ້ນ ພວກກ່ຽວໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ທີ່ຖືກຈຳກັດໄວ້ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 (ທັງ 2 ຄົນແມ່ນບໍ່ມີອາການສະແດງຫຍັງ). ໃນວັນທີ 4 ມີນາ 2021 ຜົນກວດຢັ້ງຢືນແມ່ນພົບເຊື້ອໂຄວິດ-19.

ປັດຈຸບັນ ພວກກ່ຽວໄດ້ເຂົ້າແຍກປ່ຽວ, ນອນຕິດຕາມ ແລະປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ໃນນະຄອນຫຼວງວຽງຈັນ. ໃນນັ້ນ ແມ່ນມີຜູ້ສຳຜັດໃກ້ຊິດທັງໝົດ 32 ກໍລະນີ ແລະໄດ້ເກັບຕົວຢ່າງມາກວດເຫັນວ່າບໍ່ພົບເຊື້ອ ແລະສືບຕໍ່ເຝົ້າລະວັງຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 116.182 ຕົວຢ່າງ, ກວດພົບເຊື້ອສະສົມ 47 ຄົນ. ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ໃນປັດຈຸບັນແມ່ນມີຈຳນວນ 5 ຄົນ ແມ່ນສືບຕໍ່ນອນຕິດຕາມອາການ ແລະປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

ຂ່າວ: ວຈສ