leftcenterrightdel
ໜ້າເວັບໄຊຂອງກະຊວງການຕ່າງປະເທດລັດເຊຍ. ພາບ: vov.vn.

ໃນຖະແຫຼງການໜຶ່ງ, ກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າມີຄວາມສົນໃຈຕໍ່ສະພາບການຢູ່ມຽນມາ ທີ່ໄດ້ປຶກສາຫາລືໃນກອງປະຊຸມບໍ່ເປັນທາງການຂອງບັນດາລັດຖະມົນຕີອາຊຽນ ໃນວັນທີ 2 ມີນາ. ພວກຂ້າພະເຈົ້າເຫັນດີເປັນເອກະພາບກັບຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ໃນນັ້ນໄດ້ຮຽກຮ້ອງໃຫ້ທຸກຝ່າຍຈົ່ງຫຼີກລ້ຽງການປະທະກັນ, ລະງັບໃຈ, ຊອກຫາມາດຕະການສັນຕິພາບຜ່ານການເຈລະຈາທີ່ມີລັກສະນະສ້າງສັນ”. ກະຊວງການຕ່າງປະເທດລັດເຊຍ ຫວັງວ່າ ດ້ວຍຖານະບົດບາດຂອງຕົນ, ບັນດາປະເທດບ້ານໃກ້ເຮືອນຄຽງຂອງມຽນມາ ໃນພາກພື້ນຈະຊ່ວຍຫັນສະພາບການຢູ່ປະເທດນີ້ໃຫ້ເປັນປົກກະຕິ.

ໂດຍ: ແສງເດືອນ