ທ່ານ ດັ້ງດີ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຕີລາຄາສູງຕໍ່ການຜັນແປຢ່າງຕັ້ງໜ້າຢູ່ຊູດັງໃຕ້, ທ່ານຖືວ່າຄວາມຄືບໜ້ານີ້ຕ້ອງໄດ້ຮັບຮູ້ໃນສະພາບການຊູດັງໃຕ້ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພະຍາດໂຄວິດ-19, ສະພາບການໄພນ້ຳຖ້ວມ ແລະສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ.

leftcenterrightdel
ສະພາຄວາມໝັ້ນຄົງ ສປຊ ກອງປະຊຸມທາງໄກກ່ຽວກັບສະພາບການຢູ່ຊູດັງໃຕ້. ພາບ: vov.vn.

ທ່ານ ດັ້ງດີ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ລັດຖະບານ ແລະບັນດາຝ່າຍທີ່ກ່ຽວຂ້ອງຢູ່ຊູດັງໃຕ້ ຊຸກຍູ້ການຜັນຂະຫຍາຍວິວັດການເຊື່ອມຕໍ່ ກໍ່ຄືດໍາເນີນບັນດາມາດຕະການຢ່າງມີປະສິດທິຜົນແນໃສ່ແກ້ໄຂສະພາບການໃຊ້ຄວາມຮຸນແຮງໃນປະຊາຄົມ. ທ່ານ ດັ້ງດີ່ງກຸ໊ຍ ຕີລາຄາສູງຕໍ່ບົດບາດຂອງ UNMISS, ບັນດາປະເທດບ້ານໃກ້ເຮືອນຄຽງ ແລະອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ວິວັດການສ້າງສັນຕິພາບ ແລະພັດທະນາຢູ່ຊູດັງໃຕ້.

ທ່ານ ດັ້ງດີ່ງກຸ໊ຍ ກໍ່ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ UNMISS ແລະຊຸກຍູ້ການເຂົ້າຮ່ວມຂອງເພດຍິງໃນຄະນະປະຕິບັດງານ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີເງື່ອນໄຂ, ພື້ນຖານດ້ານວັດຖຸທີ່ສະດວກໃຫ້ເພດຍິງໃນຄະນະປະຕິບັດງານ.

ໂດຍ: ເຈິ່ນຮວ່ຽນ