leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ  Antony Blinken. ພາບ: ສໍານັກຂ່າວສານຫວຽດນາມ.

ໃນບົດກ່າວປາໄສຄັ້ງທຳອິດກ່ຽວກັບນະໂຍບາຍການຕ່າງປະເທດຂອງ ອາເມລິກາ ພາຍໃຕ້ສະໄໝຂອງອຳນາດການປົກຄອງໃໝ່ຢູ່ສຳນັກງານກະຊວງການຕ່າງປະເທດໃນວັນທີ 3 ມີນາ, ທ່ານ ລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ເຕື້ອງເຖິງສິ່ງທ້າທາຍຫຼາຍຢ່າງເຊິ່ງ ວໍຊິງຕັນ ພວມຕ້ອງປະເຊີນໜ້າໃນປັດຈຸບັນ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຄວນຟື້ນຟູສາຍພົວພັນລະຫວ່າງ ອາເມລິກາ ກັບບັນດາປະເທດພັນທະມິດຄືນໃໝ່ ກໍ່ຄື ກົນໄກຫຼາຍຝ່າຍ.

ຢູ່ສຳນັກງານຂອງກະຊວງການຕ່າງປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken   ໃຫ້ຮູ້ວ່າ ອາເມລິກາ ພວມປະຕິບັດຄວາມມານະພະຍາຍາມເພື່ອເຊື່ອມຕໍ່ກັບບັນດາປະເທດເພື່ອນມິດ ແລະ ພັນທະມິດ. ເຖິງຢ່າງໃດກໍຕາມ, ອາເມລິກາ ບໍ່ມີເຈດຈຳນົງປະຕິບັດບັນດາບັ້ນແຊກແຊງດ້ວຍກຳລັງການທະຫານທີ່ສິ້ນເປືອງ, ແທນທີ່ນັ້ນ ແມ່ນສຸມໃສ່ບັນດາມາດຕະການທາງການທູດ.

ນອກຈາກນັ້ນ, ທ່ານກໍໄດ້ເຕື້ອງເຖິງສາຍພົວພັນລະຫວ່າງ ອາເມລິກາ ກັບ ຈີນ ແລະ ຢັ້ງຢືນອາດຈະຮ່ວມມືບາງຂົງເຂດກັບຈີນ.

ແຫຼ່ງຄັດຈາກ: vovworld.vn