ໂດຍສະເພາະ ແຂວງຄັງວອນ ຫິມະຕົກໜັກ ສູງເຖິງ 90 ຊັງຕີແມັດ ໃນເຂດບໍລິເວນພູ ແລະ 5-20 ຊັງຕີແມັດ ໃນພື້ນທ່ີອື່ນໆ ໃນລະຫວ່າງ ວັນທີ 1-2 ມີນາຜ່າມາ, ເສັ້ນທາງຫລາຍສາຍ ຕ້ອງປິດການສັນຈອນ, ສົ່ງຜົນໃຫ້ລົດຫລາຍຮ້ອຍຄັນຍັງຕິດຄ້າງຢູ່ເນື່ອງຈາກປິດເສັ້ນທາງ, ບໍລິການລົດໂດຍສານໃນພື້ນທີເຂດພູຫລາຍແຫ່ງຕ້ອງຢຸດໃຫ້ບໍລິການ ເນື່ອງຈາກເປັນອຸປະສັກໃນການເດີນທາງຂອງປະຊາຊົນ. ການບໍລິການເຮືອບິນ ແລະເຮືອຂ້າມຝາກທັງໝົດ ຕ້ອງຖືກຍົກເລິກ. ນອກຈາກນັ້ນ, ອຳນາດການປົກຄອງແຂວງຄັງວອນ ໄດ້ລະດົມພະນັກງານ ຈຳນວນ 1.096 ຄົນ ແລະເຄື່ອງມືອຸປະກອນ 955 ຊະນິດ ເພື່ອປັດກວາດຫິມະໃນແຂວງດັ່ງກ່າວ.

ແຫຼ່ງຄັດຈາກ: kpl.gov.la