leftcenterrightdel
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຖະແຫຼງຂ່າວ, ທ່ານ Peskov ຊີ້ແຈ້ງວ່າ: “ທ່ານປະທານາທິບໍດີ Putin ໄດ້ປະກາດເປັນຫຼາຍເທື່ອວ່າ ພ້ອມແລ້ວທີ່ຈະຟື້ນຟູ ແລະພັດທະນາການພົວພັນຢ່າງຕັ້ງໜ້າກັບ ອາເມລິກາ ໃນລະດັບທີ່ຝ່າຍອາເມລິກາ ມີຄວາມພ້ອມ, ພ້ອມທັງພ້ອມແລ້ວທີ່ຈະແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງທີ່ສຸດຜ່ານການເຈລະຈາ”.

ກ່ອນໜ້ານັ້ນ, ລັດເຊຍ ແລະອາເມລິກາ ໄດ້ຕໍ່ກຳນົດເວລາສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ພາຍຫຼັງຮັບດຳລົງຕຳແໜ່ງປະທານາທິບໍດີອາເມລິກາ, ທ່ານ Joe Biden ໄດ້ດຳເນີນການເຈລະຈາກັບຄູ່ຮ່ວມຕຳແໜ່ງຝ່າຍ ລັດເຊຍ ໃນວັນທີ 26 ມັງກອນ ທີ່ຜ່ານມາ ແລະສອງຝ່າຍໄດ້ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແກ່ຍາວ New START ຕື່ມອີກ 5 ປີ, ຈົດຮອດວັນທີ 5 ກຸມພາ 2026.

ແຫຼ່ງຄັດຈາກ: vovworld.vn