leftcenterrightdel
ທ່ານນາງ Ngozi Okonjo Iweala ຜູ້ອຳນວຍການ WTO ຄົນໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ວັນເຮັດວຽກທຳອິດຂອງທ່ານນາງ Ngozi Okonjo Iweala ຜູ້ອຳນວຍການຄົນໃໝ່ກົງກັບກອງປະຊຸມດັ່ງກ່າວ. ກ່າວຄຳເຫັນຕໍ່ໜ້າສະມັດຊາໃຫຍ່ WTO ພາຍຫຼັງຮັບດຳລົງຕຳແໜ່ງ, ທ່ານນາງ Ngozi Okonjo Iweala ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຈົ່ງ “ເຮັດສິ່ງທີ່ແຕກຕ່າງກັນ” ເພື່ອບັນລຸໄດ້ບັນດາການປັບປຸງທີ່ຈຳເປັນເພື່ອເຮັດໃຫ້ WTO ມີຄວາມເໝາະສົມ ແລະການເຄື່ອນໄຫວຢ່າງໄວວາ. ທ່ານນາງ Ngozi Okonjo Iweala ຜູ້ອຳນວຍການຄົນໃໝ່ກໍ່ໄດ້ເນັ້ນວ່າຄວາມຫວັງສູງສຸດໃນອາຍຸການຂອງທ່ານນາງຈະສາມາດຕອບສະໜອງໄດ້ຖ້າຫາກວ່າບັນດາສະມາຊິກພ້ອມແລ້ວທີ່ຈະເຈລະຈານຳກັນ ແລະບັນລຸໄດ້ບັນດາຂໍ້ຕົກລົງ.

ແຫຼ່ງຄັດຈາກ: vovworld.vn