ການຮັບປະກັນຄວາມພ້ອມຂອງບັນດາປະເທດ ເພື່ອອະນາຄົດທີ່ສົດໃສກວ່າ ຮຽກຮ້ອງຕ້ອງມີວິທີການສຳຜັດຢ່າງຮອບດ້ານ, ໂດຍມອບສິດໃຫ້ແມ່ຍິງໃນບັນດາຂົງເຂດເສດຖະກິດ, ສັງຄົມ, ສາທາລະນະສຸກ, ການສຶກສາ, ເຕັກໂນໂລຢີ, ວັດທະນະທຳ, ການບັນເທິງ ແລະກິລາພາຍຫລັງເມື່ອບໍ່ດົນມານີ້ ທ່ານ ມາຮິດ ອໍລ ຄາສາບີ (Mahid Al Qasabi) ລັດຖະມົນຕີກະຊວງການຄ້າ ອາຣັບບິ ຊະອຸດິ ໃຫ້ຮູ້ວ່າ: ດ້ວຍບົດບາດເປັນປະເທດປະທານກຸ່ມບັນດາປະເທດເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໃນປີນີ້, ອາຣັບບິ ຊະອຸດິ ໄດ້ມີຄວາມເອົາໃຈໃສ່ເປັນພິເສດ ແລະຊຸກຍູ້ການສ້າງບັນດານະໂຍບາຍທີ່ກ່ຽວຂ້ອງເຖິງແມ່ຍິງ. ໃນບົດກ່າວປາໄສທີ່ກອງປະຊຸມສຸດຍອດແມ່ຍິງ ຈີ 20 ມີຄວາມເຊື່ອໝັ້ນວ່າ: ການຟື້ນຟູເສດຖະກິດຢ່າງໝັ້ນແກ່ນ ເພື່ອຜ່ານຜ່າໂລກລະບາດໂຄວິດ-19 ຈະບໍ່ບັນລຸໄດ້ຖ້າຫາກວ່າບໍ່ມີບັນດາໂຄງການສັງຄົມ ແລະ ເສດຖະກິດຢ່າງຮອບດ້ານສຳລັບແມ່ຍິງເພື່ອຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ.
ເນື້ອໃນ: ຂປລ
Type the code from the image