leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ອົງການຈັດຕັ້ງດັ່ງກ່າວນີ້ມີສຳນັກງານຢູ່ມາດີຣ, ລາຍຮັບຈາກການທ່ອງທ່ຽວສາກົນແຕ່ເດືອນມັງກອນ-ມິຖຸນາ ຫລຸດລົງ 5 ເທົ່າທຽບກັບລະດັບປີ 2009 ໄລຍະເວລາເກີດວິກິດການເສດຖະກິດ ແລະການເງິນໂລກ. ໃນໄລຍະເວລາດັ່ງກ່າວປະລິມານນັກທ່ອງທ່ຽວສາກົນໄດ້ຫລຸດລົງ 440 ລ້ານເທື່ອຄົນ, ທຽບເທົ່າກັບ 65% ໃນນັ້ນອາຊີເປັນພາກພື້ນທຳອິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຫລຸດລົງຫລາຍທີ່ສຸດ. ນີ້ເປັນລະດັບການຫລຸດລົງທີ່ບໍ່ເຄີຍມີມາກ່ອນເນື່ອງຈາກປະເທດຕ່າງໆໃນທົ່ວໂລກປິດປະເທດ ແລະໃຊ້ມາດຕະການກຳນົດການໄປມາເພື່ອຮັບມືກັບພະຍາດນີ້. ໃນຂະນະທີ່ການທ່ອງທ່ຽວພວມຟື້ນຟູຄືນ, ຊຶ່ງ UNWTO ຍັງປະກາດວ່າຄວາມຕ້ອງການທ່ອງທ່ຽວ ແລະຄວາມເຊື່ອໝັ້ນຂອງຜູ້ບໍລິໂພກທີ່ຫລຸດລົງຈະໄດ້ຮັບຜົນກະທົບຢ່າງໜັກເຖິງຂະແໜງການທ່ອງທ່ຽວເຖິງທ້າຍປີນີ້ ໂດຍຄາດການວ່ານັກທ່ອງທ່ຽວສາກົນຈະຫລຸດລົງປະມານ 70% ຂອງປີ 2020.

ເນື້ອໃນ: ຂປລ