ຕາມທ່ານປະທານາທິບໍດີໄຊປຼັດ ແລ້ວ, ຕວັກກີ ພວມສືບຕໍ່ບັນດາການເຄື່ອນໄຫວເກາະຜິດຂອງຕົນຢູ່ພາກຕາເວັນອອກທະເລເມດີແຕຣາເນ. ວັນທີ 15 ກັນຍາ, ຕວັກກີ ສືບຕໍ່ແກ່ຍາວການເຄື່ອນໄຫວຂຸດເຈາະຂອງກໍ່າປັ່ນ  Yavuz ຢູ່ນອກຝັ່ງທະເລສາທາລະນະລັດໄຊປຼັດ ໄປຮອດວັນທີ 12 ຕຸລາ, ການກະທໍາດັ່ງກ່າວອາດຈະສົ່ງຜົນສະທ້ອນເຖິງຄວາມເຄັ່ງຕຶງລະຫວ່າງ Nicosia  ແລະ Ankara.

leftcenterrightdel
ທ່ານ ປະທານາທິບໍດີ ສາທາລະນະລັດ ໄຊປຼັດ Nikos Anastasiades (ເບື້ອງຂວາມື) ແລະປະທານສະພາເອີຣົບ Charles Michel ໃນການຖະແຫຼງຂ່າວຮ່ວມ ຢູ່ Nicosia ໃນວັນທີ 16/9/2020.  ພາບ: AFP.

ໃນສານປະຈໍາປີຂອງສະຫະພາບເອີຣົບ ທີ່ສະເໜີຕໍ່ລັດຖະສະພາເອີຣົບ ໃນວັນທີ 16 ກັນຍາ, ທ່ານນາງປະທານຄະນະກໍາມະການເອີຣົບ (EC) Ursula von der Leyen ກໍກ່າວເຕືອນ ຕວັກກີ ວ່າ ບໍ່ໃຫ້ຊອກຫາວິທີນາບຂູ່ ເກຼັກ ແລະສາທາລະນະລັດໄຊປຼັດ. ທ່ານນາງກໍເນັ້ນໜັກວ່າ Ankara ແມ່ນຄູ່ຮ່ວມມືຫຼັກແຫຼ່ງສວມບົດບາດສໍາຄັນໃນການຮັບເອົາຊາວລີ້ໄພ, ແຕ່ສິ່ງດັ່ງກ່າວບໍ່ແມ່ນຂໍ້ອ້າງເພື່ອແກ້ຕົວໃຫ້ແກ່ການນາບຂູ່ບັນດາປະເທດບ້ານໃກ້ເຮືອນຄຽງ. ດ້ານອື່ນ, ທ່ານນາງ ກໍຢັ້ງຢືນວ່າ ເກຼັກ ແລະສາທາລະນະລັດ ໄຊປຼັດ ອາດຈະເຊື່ອໝັ້ນຕໍ່່ “ຄວາມສາມັກຄີຂອງບັນດາປະເທດທັງໝົດຂອງເອີຣົບໃນການປົກປັກຮັກສາບັນດາອໍານາດອະທິປະໄຕຢ່າງຖືກຕ້ອງຕາມກົດໝາຍຂອງສອງປະເທດນີ້”.

ແຫຼ່ງຄັດຈາກ vovworld.vn