ຕາມກຸ່ມບໍລິສັດສະໜາມບິນຮູ້ເປີຍແລ້ວ, ໃນວັນທີ 11 ກັນຍາ, ບັນດາຖ້ຽວບິນພາຍໃນປະເທດໄດ້ສົ່ງຜູ້ໂດຍສານໄປຍັງສະໜາມບິນແທນເຄື໊ອຂອງນະຄອນອູຫັ້ນ ເພີ່ມຂຶ້ນເຖິງ 505 ຖ້ຽວ ດ້ວຍຈຳນວນຜູ້ໂດຍສານປະມານ 64.700 ເທື່ອຄົນ, ບັນລຸລະດັບສະຖິຕິສູງທີ່ສຸດນັບແຕ່ເວລາອູຫັ້ນ ລົບລ້າງຄຳສັ່ງປິດເມືອງໃນວັນທີ 8 ເມສາ, ທຽບເທົ່າກັບໄລຍະດຽວກັນຂອງປີ 2019.

leftcenterrightdel
ສະໜາມບິນແທນເຄື໊ອຂອງນະຄອນອູຫັ້ນ. ພາບ: cjn.cn.

ປັດຈຸບັນ, ສະໜາມບິນແທນເຄື໊ອ ພວມຕັ້ງໜ້າກະກຽມການເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນສາກົນຈາກອູຫັ້ນ ໄປຍັງ ເຊີອູນ (ສ.ເກົາຫຼີ), ສິງກະໂປ, ທ່າອາກາດສະຍານ Sihanouk (ກຳປູເຈຍ), ກົວລາລຳປົວ (ມາເລເຊຍ), ຈາກາຕາ (ອິນໂດເນເຊີຍ).

ແຫຼ່ງຄັດຈາກ vovworld.vn