leftcenterrightdel
ເຫດລະເບີດຂະໜາດໃຫຍ່ຢູ່ ລີບັງ. ພາບ: Skynews.

ພາຍຫຼັງເກີດເຫດລະເບີດ, ສະຖານທູດໄດ້ຕິດຕໍ່ກັບລັດຖະບານ, ກະຊວງການຕ່າງປະເທດລີບັງ ແລະສະຖານກົງສູນກິຕິມະສັກຂອງຫວຽດນາມ ປະຈຳ ລີບັງ ເພື່ອຊອກຮູ້ກ່ຽວກັບສະພາບຕົວຈິງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ທີ່ນີ້. ມາຮອດຈຸດເວລານີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ທີ່ນີ້ບໍ່ໄດ້ເສຍຫາຍຫຼາຍທາງດ້ານວັດຖຸ, ແຕ່ມີພົນລະເມືອງຫວຽດນາມ ຄົນໜຶ່ງເປັນຜູ້ຊ່ວຍວຽກບ້ານໃຫ້ຄອບຄົວໜຶ່ງຢູ່ນະຄອນຫຼວງ Beirut ຖືກແຂນຫັກຍ້ອນຜົນສະທ້ອນຈາກເຫດລະເບີດ. ປະຈຸບັນ, ອາການສຸຂະພາບລາວນີ້ເປັນປົກກະຕິແລ້ວ ແລະໄດ້ຮັບການເບິ່ງແຍງດູແລເປັນຢ່າງດີ.

ແຫຼ່ງຄັດຈາກ: vovworld.vn