leftcenterrightdel
ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ຕາມແຈ້ງການຂອງກະຊວງການຕ່າງປະເທດສິງກະໂປ ກໍ່ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບ, ທ່ານ Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ ໄດ້ຢັ້ງຢືນຫຼັກໝັ້ນຂອງສິງກະໂປ ແມ່ນຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລຕາເວັນອອກ, ເຊິ່ງເປັນໜຶ່ງໃນບັນດາເສັ້ນທາງນໍ້າທີ່ມີຄວາມຄຶກຄື້ນທີ່ສຸດໃນໂລກ. ສິງກະໂປສະໜັບສະໜູນສິດຂອງບັນດາປະເທດກ່ຽວກັບຄວາມເສລີໃນການເດີນທະເລ ແລະການບິນ, ກໍ່ຄືສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຕາມບັນດາຫຼັກການທີ່ໄດ້ຮັບຮອງຂອງກົດໝາຍສາກົນ, ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ໂດຍ: ເຈິ່ນຮວ່ຽນ